spot_img
Homeຂ່າວທ້ອງຖິ່ນຜາສາດຫີນ ຫຼື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງໜື່ງທີ່ຫນ້າສົນໃຈ ແລະ ໜ້າຄົ້ນຫາ. 

ຜາສາດຫີນ ຫຼື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງໜື່ງທີ່ຫນ້າສົນໃຈ ແລະ ໜ້າຄົ້ນຫາ. 

Published on

ເຊື່ອວ່າຫລາຍຄົນຍັງບໍ່ເຄີຍໄດ້ໄປທ່ຽວຊົມ ແລະ ຮູ້ເລິກເຊີງກ່ຽວກັບສະຖານທີ່ ທີ່ງົດງາມແຫ່ງນີ້ ທີ່ບ້ານເຮືອນຫີນ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ຫ່າງຈາກເທດສະບານເມືອງ ສະຫວັນນະເຂດ 66 ກີໂລແມັດ.

ຜາສາດຫີນມີຄວາມເກົ່າແກ່ຫຼາຍຈົນບໍ່ມີໃຜບົ່ງບອກໄດ້ຢ່າງຊັດເຈນວ່າມັນຖືກສ້າງຂື້ນເມື່ອໃດ ແມ່ນໃຜເປັນຜູ້ສ້າງຂື້ນ ແລະ ຖືກສ້າງຂື້ນເພື່ອຫຍັງ. ຕາມການບອກເລົ່າປາກຕໍ່ປາກທີ່ສືບຕໍ່ກັນມາແຕ່ສະໄໝບູຮານ ແລະ ປື້ມນິທານ ທີ່ຕົກທອດມາແຕ່ປູ່ຍ່າຕາຍາຍໄດ້ໃຫ້ຮູ້ວ່າ ລຸງມະຫາກັນ ຢູ່ບ້ານເລົ່າໝາກຫູດ ທີ່ເປັນເຈົ້າກວານເຈົ້າລ່າມຂອງເຮືອນຫີນໄດ້ບັນທຶກໄວ້ວ່າ: ຜາສາດຫີນແຫ່ງນີ້ສ້າງຂື້ນໃນປີ ຄສ557 ຫາ 700 ໂດຍ ຂຸນອັງຄະຣາດ ແລະ ອົມທະຣາດ ສອງອ້າຍນ້ອງ ໃນສະໄໝອານາຈັກສີໂຄດຕະບູນຈະເລີນຮຸ່ງເຮືອງ ເພື່ອໃຊ້ເປັນສະຖານທີ່ເຄົາລົບບູຊາໃນສາດສະໜາພາມ.

ແຮງງານທີ່ກໍ່ສ້າງຜາສາດຫີນແມ່ນໄດ້ເກນເອົາຊົນເຜົ່າຕ່າງໆ ແລະ ຜາສາດຫີນໄດ້ຮັບການປະຕິສັງຂອນ ເປັນ 3 ໄລຍະຄື: ໄລຍະທຳອິດສະໄໝຂອມເຮືອງອຳນາດ, ໄລຍະທີ່2 ສະໄຫມເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລາວລ້ານຊ້າງເຊີ່ງເປັນສະໄໝທີ່ສາສະໜາພຸດຈະເລີນຮຸ່ງເຮື່ອງ ແລະ ໄລຍະສຸດທ້າຍ ສະໄໝອານາຈັກລາວລ້ານຊ້າງເສຍເອກະລາດ.

ກ້ອນຫີນທີ່ນຳເອົາມາສ້າງຜາສາດຫີນນັ້ນ ໄດ້ໃຊ້ສີ່ວເຈາະ ເອົາມາຈາກຫຼາຍບ່ອນ ແຕ່ສ່ວນຫຼາຍແມ່ນນຳມາແຕ່ເບື້ອງຕາເວັນຕົກ ຫ່າງຈາກຜາສາດຫີນ 1 ກິໂລເແມັດ ເອີ້ນວ່າວັງເຮືອ ຍ້ອນວ່າມີຮ່ອງຮອຍບ່ອນທີ່ສີ່ວເອົາຫີນຫຼາຍຈົເປັນຮູບຄ້າຍຄືເຮືອ ແລະ ປະຈຸບັນນີ້ກໍ່ຍັງມີກ້ອນຫີນສີ່ວອອກມາປະໄວ້ຫຼາຍກ້ອນຢາຍຢູ່ຕາມສະຖານທີ່ດັ່ງກ່າວ. ທຸກໆສ່ວນຂອງຜາສາດຫີນມີຂະໜາດແຕກຕ່າງກັນ ດ້ານທິດຕາເວັນອອກຂອງຜາສາດຫີນມີລານກວ້າງ 21ແມັດ, ຍາວ 24 ແມັດ, ດ້ານທິດຕາເວັນຕົກ ມີລານກວ້າງ13,20 ແມັດ ແລະ ກວ້າງ 17,50 ແມັດ, ທິດເຫນືອ ແລະ ທິດໃຕ້ຍາວ 85 ແມັດ. ສ່ວນບໍລີເວນທີ່ເປັນເຮືອນຍາວ 16,50 ແມັດ.

ປະຈຸບັນເຮືອນຫີນດັ່ງກ່າວບາງຈຸດແມ່ນມີການແຕກຫັກ ແລະ ໂງ່ນຫີນຫຼາຍກ້ອນກະແຈກກະຈາຍຢູຕາມຂອບເຂດດັ່ງກ່າວແຕ່ກໍ່ຍັງເປັນຮູບຮ່າງເຮືອນທີ່ສວຍງາມ. ພາຍໃນຜາສາດຫີນມີຮູບປັ້ນຂອງພະພຸດທະຮູບຂະຫນາດໃຫຍ່ ແລະ ນ້ອຍບາງຈຳນວນທີ່ນັກທ່ອງທ່ຽວ ແລະ ທຸກຄົນສາມາດເຂົ້າໄປ ກາບໄຫ້ວ ບູຊາ ແລະ ຂໍພອນ.

ອ້ອມຂ້າງຂອງຜາສາດຫີນ ມີຕົ້ມໄມ້ໃຫຍ່ຫຼາກຫຼາຍຊະນິດທີ່ສາມາດເປັນຮົ່ມເຢັນໃຫ້ແກ່ຄົນໄດ້ພັກເຊົາ. ຜາສາດຫີນແຫ່ງນີ້ແມ່ນໄດ້ມີການບູລະນະຈາກທາງເມືອງເຊີ່ງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດອີກແຫ່ງໜື່ງທີ່ຫຼາຍໆຄົນຢາກໄປທ່ຽວຊົມຄວາມງາມ ແລະ ສຶກສາຄວາມເປັນມາ. ໃນປະຈຸບັນຜາສາດຫີນແຫ່ງນີ້ຍັງເປັນສະຖານທີ່ສຳລັບໄວ້ເຄົາລົບບູຊາຂອງຄົນໃນທ້ອງຖີ່ນ ເຊີ່ງໃນແຕ່ລະປີອົງການປົກຄອງເມືອງຮ່ວມກັບປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຈັດງານບຸນນະມັດສະການ ຜາສາດຫີນ ຕາມຮີດຄອງປະເພນີໃນເດືອນ 4 ເພັງຂອງທຸກໆປີ.

 

 

 

 

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...