ຢູເອັນເລັ່ງສອບສວນເຫດການສັງຫານໝູ່ 134 ສົບ ຊົນເຜົ່າຟູລານີໃນມາລີ

ລາຍງານຈາກສຳນັກຂ່າວເອເອຟພີ ເມື່ອວັນທີ 24 ມີນາ 2019 ທີ່ຜ່ານມາວ່າ ເຫດການນີ້ເກີດຂຶ້ນໃນຊ່ວງເວລາດຽວກັບທີ່ຄະນະຜູ້ແທນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເດີນທາງມາຢ້ຽມຢາມພູມິພາກຊາເຮລ ຂອງອາຟຣິກາ ເພື່ອປະເມີນໄພຄຸກຄາມຈາກພວກນັກຮົບຍິຮາດໃນພື້ນທີ່ນັ້ນ.

ແຫຼ່ງຂ່າວໄດ້ເປີດເຜີຍວ່າ ການໂຈມຕີເກີດຂຶ້ນເມື່ອຕອນເຊົ້າຂອງວັນເສົາທີຜ່ານມາ ທີ່ໝູ່ບ້ານໂອກອສຊາກູ ເຊິ່ງຢູ່ໃກ້ກັບຊາຍແດນບຣູກິນາຟາໂຊ ໝູ່ບ້ານນີ້ຕັ້ງຢູ່ໃນເຂດບັງກາສທີ່ມັກເກີດເຫດການຮຸນແຮງລະຫວ່າງຊຸມຊົນຢູ່ຕະຫຼອດ.

ໂຄສົກຂອງອັນໂຕນີໂອ ກູເຕີເຣສ ເລຂາທິການຢູເອັນກ່າວວ່າ ເຂົາຮູ້ສຶກຄຽດ ແລະ ໃຈຮ້າຍຢ່າງແຮງກັບລາຍງານທີ່ມີພົນລະເມືອງຢ່າງໜ້ອຍ 134 ຄົນ ລວມເຖິງແມ່ຍິງ ແລະ ເດັກນ້ອຍ ຖືກຂ້າຕາຍ ແລະ ຮຽກຮ້ອງໃຫ້ທາງການມາລີ ສອບສວນເຫດການນີ້ທັນທີ ແລະ ຈັບຕົວຄົນຮ້າຍມາດຳເນີນຄະດີ.

ເຂົາກ່າວວ່າ ກອງກຳລັງຮັກສາສັນຕິພາບຂອງຢູເອັນ ຫຼື MINUSMA ໄດ້ໃຫ້ການສະໜັບສະໜູນທາງອາກາດເພື່ອຢັບຢັ້ງບໍ່ໃຫ້ມີການໂຈມຕີເພີ່ມເຕີມ ແລະ ໃຫ້ຄວາມຊ່ວຍເຫຼືອອົບພະຍົບຜູ້ບາດເຈັບ.

ການໂຈມຕີຫຼາຍຄັ້ງມີຕົ້ນເຫດມາຈາກຄວາມຂັດແຍ້ງລະຫວ່າງຊົນເຜົ່າລ້ຽງສັດ, ເລັມຫຍ້າ ກັບຊົນເຜົ່າເລ່ລ່ອນ ກັບຂໍ້ພິພາກເລື່ອງທີ່ດິນ ແລະ ນໍ້າ ແຕ່ຊ່ວງໄລຍະ 4 ປິມານີ້ພື້ນທີ່ເຂດນີ້ກໍ່ຕົກຢູ່ໃຕ້ອິດທິພົນຂອງພວກນັກຮົບນິຮາດ ເຊິ່ງໄດ້ເກນເອົາຊາວຟູລານີເຂົ້າເປັນສະມາຊິກ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook