spot_img
Homeຂ່າວຕ່າງປະເທດເດືອນມີຖຸນາ 2019ນີ້! ລັດໃຫ້ດຳເນີນໂຄງການອອກວີຊາແບບອອນລາຍ (eVisa)

ເດືອນມີຖຸນາ 2019ນີ້! ລັດໃຫ້ດຳເນີນໂຄງການອອກວີຊາແບບອອນລາຍ (eVisa)

Published on

ກະຊວງການຕ່າງປະເທດ ອອກໜັງສື ສະບັບເລກທີ 722/ຫກ.ກກສ, ລົງວັນທີ 05 ມີນາ 2019 ເຖິງຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ເລື່ອງການຂໍຄວາມຮ່ວມມື ເພື່ອສົ່ງເສີມການອອກວີຊາແບບອອນລາຍ (eVisa).

ລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດ ດຳເນີນໂຄງການອອກວີຊາແບບອອນລາຍ (eVisa), ເຊິ່ງມີແຜນຈະເລີ່ມຈັດຕັ້ງປະຕິບັດ ແລະ ເປີດໃຫ້ບໍລິການອອກວີຊາ eVisa ແກ່ນັກທ່ອງທ່ຽວ ຢ່າງເປັນທາງການພາຍໃນເດືອນ ມິຖຸນາ 2019.

ການບໍລິການ eVisa ເປັນການຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງລັດຖະບານ ຕາມທິດຫັນເປັນທັນສະໃໝ, ເຊິ່ງເປັນທາງເລືອກໜຶ່ງທີ່ມີຄວາມສະດວກ ແລະ ວ່ອງໄວ ສຳລັບນັກທ່ອງທ່ຽວທີ່ມີຄວາມປະສົງຂໍວີຊາເຂົ້າ ສປປ ລາວ. ການບໍລິການດັ່ງກ່າວ ຈະເປັນປັດໃຈໜຶ່ງທີ່ສຳຄັນ ສຳລັບການຊຸກຍູ້, ດຶງດູດ ໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາ ສປປ ລາວ ໃຫ້ລາຍຂຶ້ນ.

ປັດຈຸບັນນີ້, ກົມກົງສູນ, ກະຊວງການຕ່າງປະເທດ ໃນຖານະທີ່ເຮັດໜ້າທີ່ຈັດຕັ້ງປະຕິບັດໂຄງການອອກວີຊາແບບອອນລາຍ (eVisa) ຕາມພາລະບົດບາດ, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ສຸມໃສ່ກະກຽມຢ່າງຮອບດ້ານເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ທັນເວລາ. ໃນນີ້, ໜຶ່ງໃນວຽກງານບູລິມະສິດຂອງໂຄງການດັ່ງກ່າວ ແມ່ນການສົ່ງເສີມ ແລະ ປະຊາສຳພັນການອອກ eVisa ໃຫ້ແກ່ນັກທ່ອງທ່ຽວສາມາດເຂົ້າເຖິງຂໍ້ມູນການບໍລິການໄດ້ຢ່າງສະດວກ, ວ່ອງໄວ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນສາກົນ. ສະນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ບັນລຸຕາມເປົ້າໝາຍທີ່ວາງໄວ້ ກະຊວງການຕ່າງປະເທດ ຈຶ່ງສະເໜີຂໍການຮ່ວມມືມາຍັງທ່ານ ໃນການໂຄສະນາການບໍລິການ eVisa ຂອງກະຊວງການຕ່າງປະເທດຕາມຊ່ອງທາງຕ່າງໆທີ່ມີ ຕາມພາລະບົດບາດ ແລະ ໜ້າທີ່ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງໃນໄລຍະກະກຽມພ້ອມ ແລະ ຫຼັງການເປີດບໍລິການຢ່າງເປັນທາງການເພື່ອເຮັດໃຫ້ການບໍລິການ eVisa ໄດ້ຮັບໝາກຜົນອັນສູງສຸດ. ເພື່ອຄວາມສະດວກໃນການພົວພັນ ປະສານກ່ຽວກັບວຽກງານດັ່ງກ່າວ, ກະຊວງການຕ່າງປະເທດ ສະເໜີຂໍລາຍຊື່ ແລະ ເບີໂທລະສັບ ຂອງພະນັກງານຈາກກົມທີ່ກ່ຽວຂ້ອງດ້ວຍ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...