UN ເລັ່ງໃຫ້ຄວາມຊ່ວຍເຫຼືອ 3 ຊາດທີ່ໄດ້ຮັບເຄາະຮ້າຍຈາກພາຍຸໄຊໂຄຣນອີດາຍເກືອບພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມາປູໂຕ ປະເທດໂມຊຳບິກ ເມື່ອວັນທີ 20 ມີນາ 2019 ວ່າ ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCSA) ແລະ ສະຫະພັນສະພາກາແດງ ແລະ ສະພາສ້ຽວວົງເດືອນແດງ (IFRC) ຍັງຄົງເຮັດໜ້າທີ່ເປັນໜ່ວຍງານຫຼັກລະດັບນານາຊາດ ໃນການສົ່ງມອບຄວາມຊ່ວຍເຫຼືອໃຫ້ແກ່ປະຊາຊົນໃນໂມຊຳບິກ, ມາລາວີ ແລະ ຊິມບັບເວ ທີ່ຍັງເດືອດຮ້ອນຢ່າງໜັກຈາກອິດທິພົນຂອງພາຍຸໄຊໂຄຣນ ອີດາຍ (Idai) ທີ່ເຄື່ອນຜ່ານທັງ 3 ປະເທດຢູ່ທາງຕາເວັນອອກສຽງໃຕ້ຂອງທະວີບ ອາຟຣິກາ ເມື່ອອາທິດທີ່ຜ່ານມາ.

ປະທານາທິບໍດີ ຟິລິເປ ເອັນຢູຊີ ຜູ້ນຳໂມຊຳບິກ ກ່າວວ່າພື້ນທີ່ໄດ້ຮັບຄວາມເສຍຫາຍຮຸນແຮງທີ່ສຸດ ຄືເມືອງ ເບຣາ ຕັ້ງຢູ່ພາກກາງ ໂດຍຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຢ່າງໄວວາຫຼາຍກວ່າ 200 ຄົນແລ້ວ ແຕ່ມີແນວໂນ້ມວ່າຈະສູງເຖິງພັນຄົນ ແລະ ປະຊາຊົນປະ ມານ 350.000 ຄົນ ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນທີ່ສຸດ.

ອິທິພົນຂອງພານຸໄຊໂຄຣນອີດາຍ ຖືເປັນພາຍຸໝູນທີ່ມີກຳລັງລົມຮຸນແຮງທີ່ສຸດໃນຮອບຫຼາຍທົດສະວັດໄດ້ພັດເຂົ້າຖະລົ່ມກຸ່ມປະເທດທາງຕອນໃຕ້ຂອງທະວີບອາຟຣິກາ ໂດຍມີລັດສະໝີທຳລາຍລ້າງຫຼາຍຮ້ອຍກິໂລແມັດ, ໂຄງການອານະໄມໂລກ ພະຍາຍາມລຳລຽງອາຫານສຳລັບປະຊາຊົນ 600.000 ຄົນ ໃຫ້ແກ່ທັງສາມປະເທດ ແຕ່ຍັງຕ້ອງພົບກັບອຸປະສັກຄືລະດັບນໍ້າຍັງຖ້ວມສູງ, ມີກະແສລົມພັດແຮງ ແລະ ເສັ້ນທາງຄົມມະນາຄົມສາຍຫຼັກໄດ້ຖືກຕັດຂາດເພາະພາຍຸ.

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews