spot_img
Homeຂ່າວຕ່າງປະເທດຫວຽດນາມກຽມຫ້າມລົດຈັກແລ່ນຕາມຖະໜົນພາຍໃນປີ 2030

ຫວຽດນາມກຽມຫ້າມລົດຈັກແລ່ນຕາມຖະໜົນພາຍໃນປີ 2030

Published on

ຫວຽດນາມວາງແຜນການແກ້ໄຂບັນຫາການຈະລາຈອນ ແລະ ມົນລະຜິດ ກຽມຫ້າມລົດຈັກແລ່ນຕາມຖະໜົນພາຍໃນປີ 2030 ປະຈຸບັນຫວຽດນາມກຳລັງພິຈາລະນາ 2 ແນວທາງຫຼຸດຈຳນວນລົດສ່ວນຕົວ, ທາງເລືອກທຳອິດຄືການຈຳກັດຈຳນວນລົດໃນເຂດຕົວເມືອງແລ້ວຄ່ອຍໆຫ້າມແລ່ນພາຍໃນປີ 2030, ສ່ວນອີກທາງເລືອກໜຶ່ງຄືການເກັບຄ່າທຳນຽມຍານພາຫະນະທີ່ແລ່ນເຂົ້າຕົວເມືອງຊັ້ນໃນ.

ທັງສອງແຜນຈະຖືກສົ່ງຕໍ່ໄປທີ່ຄະນະກຳມະການປະຊາຊົນ ແລະ ສະພານິຕິບັນຍັດນະຄອນຫຼວງຮ່າໂນ້ຍ ກ່ອນຈະນຳສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດພິຈາລະນາ.

ທ່ານ ຫງວຽນ ຕົງດອງ ຜູ້ອຳນວຍການດ້ານສິ່ງແວດລ້ອມຮ່າໂນ້ຍ ເຫັນດີກັບແຜນຄວບຄຸມ ແລະ ຫ້າມລົດຈັກແລ່ນ ເນື່ອງຈາກຍັງບໍ່ໄດ້ມາດຕະຖານກຳນົດການປ່ອຍອາຍພິດເຮືອນແກ້ວສຳລັບລົດຈັກຄ້າຍຄືກັບລົດໃຫຍ່ ຜົນການກວດກາຄຸນນະພາບອາກາດໃນໄລຍະ 3 ປີ ທີ່ຜ່ານມາພົບວ່າຄຸນນະພາບອາກາດຮ້າຍແຮງໃນໄລຍະທີ່ມີການຈະລາຈອນແອອັດ.

ຈຳນວນລົດໃນເມືອງຫຼວງເພີ່ມຂຶ້ນທຸກມື້, ລົດໃຫຍ່ ແລະ ລົດຈັກທີ່ຈົດທະບຽນຢູ່ຮ່າໂນ້ຍມີ 6 ລ້ານຄັນ ແລະ ອີກ 2 ລ້ານຄັນແມ່ນຈາກແຂວງອື່ນຕະຫຼອດຮອດລົດເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານອີກ 1 ລ້ານຄັນ.

 

 

 

 

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...