Homeຂ່າວຕ່າງປະເທດເຮືອບິນໂດຍສານໂບອິ້ງ 737 ເອທິໂອປີ ແອຣ໌ລາຍຕົກມີຜູ້ເສຍຊີວິດ 157 ຄົນ

ເຮືອບິນໂດຍສານໂບອິ້ງ 737 ເອທິໂອປີ ແອຣ໌ລາຍຕົກມີຜູ້ເສຍຊີວິດ 157 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກປະເທດເອທິໂອປີ ເມື່ອວັນທີ 10 ມີນາ 2019 ວ່າ ສາຍການບິນເອທິໂອປີ ແອຣ໌ລາຍ ອອກຖະແຫຼງການໂດຍ ປະທານເຈົ້າໜ້າທີ່ບໍລິຫານຂອງເອທິໂອປີແອຣ໌ລາຍ ສະແດງຄວາມເສຍໃຈທີ່ຈະຕ້ອງຢືນຢັນວ່າບໍ່ພົບຜູ້ລອດຊີວິດ ຈາກເຫດການເຮືອບິນໂດຍສານໂບອິ້ງ 737 ຖ້ຽວບິນ ET 302 ທີ່ເດີນທາງຈາກແອດດິສອາບາບາ ມຸ່ງໜ້າສູ່ຈຸດໝາຍປາຍທາງທີ່ ນະຄອນໄນໂຣບີ ປະເທດເຄນຢາ ພ້ອມຜູ້ໂດຍສານ 149ຄົນ ແລະ ລູກເຮືອ 8 ຄົນ ລວມເປັນ 157ຄົນ ເກີດອຸບັດຕິເຫດຫຼັງຈາກຂຶ້ນບິນໄດ້ບໍ່ດົນເພາະຂາດການຕິດຕໍ່ 6 ນາທີຫຼັງຈາກບິນຂຶ້ນ.

ໂຄສົກຂອງສາຍການບິນເອທິໂອປີແອຣ໌ລາຍ ຖະແຫຼງຂ່າວວ່າ ຜູ້ໂດຍສານ ແລະ ລູກເຮືອເທິງເຮືອບິນມີບຸກຄົນສັນຊາດຕ່າງໆ 33  ປະເທດ ແລະ ຮູ້ວ່າເປັນຊາວເຄນຢາ 32 ຄົນ ແລະ ເອທິໂອປີ 17 ຄົນ.

ສະຫະປະຊາຊາດ (UN) ອອກຖະແຫຼງການຈາກສໍານັກງານໃຫຍ່ທີ່ນະຄອນນິວຢອກ ແລະ ໜ່ວຍງານທຸກແຫ່ງໃນສັງກັດຂອງຢູເອັນ ຫຼື ທີ່ເປັນພັນທະມິດ ລົດທຸງລົງເຄິ່ງເສົາໃນວັນຈັນ, ວັນທີ 11 ມີນາ 2019 ຄືກັນກັບລັດຖະບານເອທິໂອປີທີ່ປະກາດໃຫ້ເປັນວັນໄວ້ອາໄລທົ່ວປະເທດ 1 ວັນ. ໂດຍລາຍງານຂອງຢູເອັນລະບຸວ່າ ຈຳນວນຜູ້ເສຍຊີວິດທັງໝົດນັ້ນ ມີເຈົ້າໜ້າທີ່ຈາກໜ່ວຍງານຂອງ UN ທັງໝົດ 19 ຄົນ.

ດ້ານບໍລິສັດໂບອິ້ງຜູ້ຜະລິດເຮືອບິນໂດຍສານລາຍໃຫຍ່ຂອງສະຫະລັດ ອອກຖະແຫຼງການວ່າ ບໍລິສັດໂບອິ້ງ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດທັງໝົດ 157 ຄົນ ຂອງຜູ້ໂດຍສານ ແລະ ລູກເຮືອໃນທ້ຽວບິນ ET 302 ພ້ອມກັບຈະໃຫ້ຄວາມຊ່ວຍເຫຼືອດ້ານເຕັກນິກໃນການກວດສອບເພື່ອຫາສາເຫດຂອງອຸບັດຕິເຫດເຮືອບິນຕົກໃນຄັ້ງນີ້ ເຊິ່ງເປັນເຮືອບິນໂດຍສານຮຸ້ນໂບອິ້ງ 737 ແມັກ 8 ເປັນເຮືອບິນໃໝ່ທີ່ຫາກໍ່ສົ່ງມອບໃຫ້ເມື່ອປີ 2018.

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...