spot_img
Homeຂ່າວພາຍ​ໃນທ່ານຮູ້ບໍວ່າ? ອຸບັດຕິເຫດສ້າງຜົນເສຍຫາຍທາງເສດຖະກິດໃຫ້ກັບປະເທດຊາດ!

ທ່ານຮູ້ບໍວ່າ? ອຸບັດຕິເຫດສ້າງຜົນເສຍຫາຍທາງເສດຖະກິດໃຫ້ກັບປະເທດຊາດ!

Published on

ພາຫະນະສວ່ນບຸກຄົນບໍ່ວ່າຈະເປັນລົດຖີບ, ລົດຈັກ, ລົດໃຫຍ່ ແມ່ນຖືກອອກແບບມາເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ການເດີນທາງຂອງຄົນເຮົາ ໃຫ້ໄປທີ່ໝາຍບໍ່ວ່າຈະເປັນໂຮງຮຽນ, ຫ້ອງ ການ ຫຼື ສະຖານທີ່ຕ່າງໆໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວຂຶ້ນ. ດັ່ງທີ່ພວກເຮົາຮູ້ນຳກັນດີວ່າ ມີອຸບັດຕິເຫດເກີດຂຶ້ນຢ່າງຫຼວງຫຼາຍໃນປະເທດລາວ, ເຫັນຕາມຂ່າວສານໃນແຕ່ລະວັນ, ບາງຄົນເຫັນຕາມທ້ອງຖະໜົນເກືອບທຸກມື້. ແນ່ນອນອຸບັດຕິເຫດເຫລົ່ານັ້ນແມ່ນສ້າງຄວາມເສຍຫາຍໃຫ້ເເກ່ຊີວິດ ແລະ ຊັບສິນຂອງຜູ້ກ່ຽວຂ້ອງ.

ແຕ່ທ່ານເຄີຍລອງຄິດເບິ່ງບໍວ່າອຸປະຕິເຫດສ້າງຜົນເສຍຫາຍຕໍ່ເສດຖະກິດຂອງປະເທດຫຼາຍປານໃດ? ເມື່ອເກີດມີອຸບັດຕິເຫດ ຜົນກະທົບທັງທາງກົງ ແລະ ທາງອອ້ມຫຼາຍປະການແມ່ນສົ່ງຜົນຕໍ່ທາງດ້ານເສດຖະກິດເປັນຕົ້ນແມ່ນ:

ເກີດຄ່າໃຊ້ຈ່າຍຕໍ່ຜູ້ທີ່ເກີດອຸບັດຕິເຫດໂດຍກົງຫລືຜູ້ກ່ຽວຂ້ອງ:

  • ຄ່າໃຊ້ຈ່າຍໃນການປິ່ນປົວ
  • ຄ່າໃຊ້ຈ່າຍໃນງານສົບ
  • ຄວາມເຈັບປວດ ແລະ ທໍລະມານ
  • ການຂາດແຮງງານເນື່ອງຈາກບໍ່ສາມາດເຮັດວຽກໄດ້.

ຄ່າໃຊ້ຈ່າຍໃນການປິ່ນປົວກໍລະນີເກີດອຸບັດຕິເຫດເປັນພາລະອັນໜັກໜ່ວງຂອງໂຮງໝໍລັດ, ແລະ ຄ່າໃຊ້ຈ່າຍໃນງານສົບ ກໍລະນີເກີດການເສຍຊີວິດກໍເປັນພາລະອັນໜັກໜ່ວງໃຫ້ແກ່ຄອບຄົວຂອງຜູ້ປະສົບອຸບັດຕິເຫດ. ແລະເຮັດໃຫ້ບຸກຄົນທີ່ກ່ຽວຂ້ອງບໍ່ສາມາດເຮັດວຽກໄດ້ເປັນເວລາຍາວນານ.

ທຸກໆອຸບັດຕິເຫດທີ່ເຮັດໃຫ້ເກີດການບາດເຈັບສາຫັດ ຫຼື ກໍລະນີມີການເສຍຊີວິດ, ຈະເຮັດໃຫ້ຈຳນວນແຮງງານໃນການເຮັດວຽກພາຍໃນປະເທດຫຼຸດລົງໄປທັນທີໜຶ່ງຄົນ. ສິ່ງດັ່ງກ່າວ, ສ້າງພາລະທາງດ້ານເສດຖະກິດໃຫ້ກັບປະເທດເພາະວ່າ ຕ້ອງໄດ້ມີການຈ້າງບຸກຄົນອື່ນມາເຮັດວຽກປ່ຽນແທນ, ການຈ້າງບຸກຄົນເຂົ້າມາປ່ຽນແທນຈະເຮັດໃຫ້ເກີດມີຄ່າໃຊ້ຈ່າຍທີ່ກ່ຽວຂ້ອງເກີດຂຶ້ນເປັນຕົ້ນແມ່ນ ການເສຍເວລາ ແລະ ເງິນໃນການຝຶກອົບຮົມພະນັກງານໃໝ່ ເພື່ອທົດແທນຕຳແໜ່ງງານທີ່ຂາດໄປດັ່ງກ່າວນັ້ນ.

ມູນຄ່າຄວາມເສຍຫາຍຈາກຄວາມເຈັບປວດ ແລະ ທໍລະມານທີ່ເກີດຂຶ້ນແມ່ນບໍ່ສາມາດປະເມີນໄດ້,​ ແຕ່ກໍເຮັດໃຫ້ບັນດາຄອບຄົວຂອງຜູ້ທີ່ປະສົບອຸບັດຕິເຫດບໍ່ສາມາດມາດເຮັດວຽກໄດ້ເຕັມປະສິດທິພາບເນື່ອງຈາກໄດ້ຮັບຜົນກະທົບ ແລະ ຄວາມເຈັບປວດທາງດ້ານຈິດໃຈ.

ຄວາມເສຍຫາຍທາງດ້ານຊັບສິນ

  • ການສ້ອມແປງພາຫານະທີ່ເປ່ເພ
  • ຄວາມສູນເສຍການປະກອບສ່ວນທາງເສດຖະກິດ
  • ການສ້ອມແປງຊັບສິນຂອງລັດທີ່ເສຍຫາຍເປ່ເພ

ການສ້ອມແປງພາຫານະອາດຈະມີຄ່າໃຊ້ຈ່າຍຢ່າງຫຼວງຫຼາຍໃຫ້ແກ່ບຸກຄົນທີ່ປະສົບອຸບັດຕິເຫດ, ແລະ ຕ້ອງໃຊ້ເວລາໃນການສ້ອມແປງ, ຍິ່ງອຸບັດຕິເຫດໃດທີ່ເຮັດໃຫ້ເກີດຄວາມເປ່ເພເສຍຫາຍຫຼາຍເທົ່າໃດ ຍິ່ງຕ້ອງໃຊ້ເວລາຫຼາຍຂຶ້ນໃນການສ້ອມແປງ ເຊິ່ງນັ້ນໝາຍຄວາມວ່າ ເຈົ້າຂອງພາຫະນະຈະບໍ່ສາມາດເດີນທາງໄປວຽກໄດ້ສະດວກຄືເກົ່າ ສະນັ້ນຈິ່ງເຮັດໃຫ້ເກີດຄວາມເສຍຫາຍທາງດ້ານປະສິດທິພາບຂອງແຮງງານທີ່ຕາມມາ.

ພາຫະນະທີ່ຖືກນຳໃຊ້ທາງດ້ານເສດຖະກິດລວມມີ: ລົດເມ, ລົດເມຂະໜາດນ້ອຍ, ລົດຕຸກໆ ຫລື ລົດຂົນສົ່ງທາງທຸລະກິດອື່ນໆ ແມ່ນມັກມີສວ່ນກ່ຽວຂ້ອງກັບການເກີດອຸບັດຕິເຫດຢູ່ເລື້ອຍໆ. ສະນັ້ນເມື່ອພາຫະນະດັ່ງກ່າວບໍ່ສາມາດນຳໃຊ້ໄດ້ຈະເຮັດໃຫ້ປະສິດທິພາບໃນການດຳເນີນທຸລະກິດຫຼຸດລົງ ຈິ່ງສ້າງຄວາມເສຍຫາຍທາງດ້ານເສດຖະກິດຕາມມາ.

ເມື່ອພາຫະນະເກີດອຸບັດຕິເຫດເຮັດໃຫ້ເກີດຄວາມເສຍຫາຍຕໍ່ກັບຊັບສິນຂອງລັດເຊັ່ນ: ເສົາໄຟຈະລາຈອນ ຫຼື ປ້າຍການຈະລາຈອນ. ຊັບສິນເຫຼົ່ານີ້ຕ້ອງໄດ້ຮັບການສ້ອມແປງ ຫຼື ປ່ຽນແທນ ໂດຍນຳໃຊ້ງົບປະມານຂອງລັດ ເຊິ່ງເປັນການສ້າງຄວາມເສຍຫາຍທາງດ້ານເສດຖະກິດໂດຍກົງ.

 ຄ່າໃຊ້ຈ່າຍດ້ານການບໍລິຫານ

  • ຄ່າໃຊ້ຈ່າຍໃນການສືບສວນຂອງເຈົ້າໜ້າທີ່
  • ຄ່າໃຊ້ຈ່າຍທາງດ້ານກົດໝາຍ
  • ຄ່າໃຊ້ຈ່າຍກ່ຽວກັບການປະກັນໄພ

– ການສືບສວນຂອງເຈົ້າໜ້າທີ່ແມ່ນໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍທາງດ້ານການເງິນ,​ ແລະ ເວລາທີ່ເຈົ້າໜ້າທີ່ນຳໃຊ້ໃນການສືບສວນກ່ຽວກັບອຸບັດຕິເຫດນັ້ນສາມາດນຳໄປເຮັດວຽກປະເພດອື່ນທີ່ມີປະສິດທິຜົນກ່ວາໃຫ້ສຳເລັດ.

– ຄ່າໃຊ້ຈ່າຍທາງດ້ານກົດໝາຍອາດຈະກ່ຽວຂ້ອງກັບ ຄ່າເອກະສານປະເພດຕ່າງໆ ແລະ ການໃຊ້ເວລາໃນການຈັດການອຸບັດຕິເຫດໃນແຕ່ລະກໍລະນີທີ່ເກີດຂຶ້ນ.

– ຄ່າໃຊ້ຈ່າຍກ່ຽວກັບປະກັນໄພ, ເປັນຕົ້ນແມ່ນພາກສວ່ນທີ່ເຮັດການປະກັນໄພ ເຊີ່ງການດຳເນີນການຮຽກຮ້ອງຄ່າປະກັນໄພອາດຈະເຮັດໃຫ້ເສຍເວລາ ແລະ ມີຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.

ເຊິ່ງບັນດາຄ່າໃຊ້ຈ່າຍ ແລະ ຄວາມສູນເສຍທັງໝົດທີ່ກ່າວມາ, ຕໍ່ການເກີດອຸບັດຕິເຫດໜຶ່ງຄັ້ງ ອາດຈະມີມູນຄ່າຫຼາຍລ້ານກີບ ຫຼື ຫລາຍກວ່ານັ້ນ. ເຊິ່ງຄວາມສູນເສຍທາງດ້ານເສດຖະກິດອັນເປົ່າປະໂຫຍດນີ້ ສາມາດຫຼີກລ້ຽງໄດ້ງ່າຍໆໂດຍການຂັບຂີ່ຢ່າງພອດໄພ ແລະ ມີຄວາມລະມັດລະວັງ.

ຮູ້ກົດ, ນຳໃຊ້, ຂັບຂີ່ປອດໄພ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...