spot_img
Homeຂ່າວຕ່າງປະເທດຈີນ-ອິນເດຍມີພື້ນທີ່ປ່າສີຂຽວເພີ່ມຂຶ້ນຫຼາຍທີ່ສຸດໃນຮອບ 20 ປີ

ຈີນ-ອິນເດຍມີພື້ນທີ່ປ່າສີຂຽວເພີ່ມຂຶ້ນຫຼາຍທີ່ສຸດໃນຮອບ 20 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການນາຊາ (NASA) ໄດ້ເປີດເຜີຍຜົນການສຶກສາເກັບກຳຂໍ້ມູນດ້ານສິ່ງແວດລ້ອມ ໂດຍພົບວ່າປະເທດຈີນ ແລະ ປະເທດອິນເດຍ ທັງສອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ແຕ່ກາຍເປັນປະເທດທີ່ມີການເພີ່ມພື້ນທີ່ສີຂຽວໃຫ້ກັບໂລກຫຼາຍທີ່ສຸດໃນຊ່ວງໄລຍະ 20 ປີທີ່ຜ່ານມາ. ໂດຍຈີນ ແລະ ອິນເດຍມີພື້ນທີ່ 1 ໃນ 3 ຂອງປະເທດທີ່ເປັນພື້ນທີ່ປ່າສີຂຽວ.

ທັງນີ້, ກໍ່ຍ້ອນວ່າທາງລັດຖະບານຈີນໄດ້ມີໂຄງການປູກຕົ້ນໄມ້ທີ່ໄດ້ດຳເນີນການຢ່າງເຄັ່່ງຄັດມາຕະຫຼອດ ສ່ວນອິນດຽວກໍ່ຍັງມີການລົນນະລົງໃຫ້ປະຊາຊົນເຮັດກະສິກຳແບບປະສົມປະສານ.

ປະເທດຈີນສາມາດປູກປ່າເພີ່ມຂຶ້ນເຮັດໃຫ້ມີພື້ນທີ່ປ່າຫຼາຍຕິດ 1 ໃນ 4 ຂອງໂລກ ເຖິງແມ່ນວ່າພື້ນທີ່ປູກປ່າຂອງໂລກຈະສະເລ່ຍໄດ້ 6.6% ກໍ່ຕາມ ແຕ່ໃນໄລຍະ 20 ປີທີ່ຜ່ານມາ ທາງລັດຖະບານຈີນໄດ້ລິເລີ່ມເຮັດຈິງຈັງກັບການອະນຸລັກສິ່ງແວດລ້ອມ ແລະ ເພີ່ມພື້ນທີ່ປ່າຂຶ້ນເຖິງ 42% ແລະ ເຮັດການກະສິກຳແບບປະສົມປະສານເພີ່ມຂຶ້ນ 32%.

ໜຶ່ງໃນໂຄງການທີ່ປະສົບຄວາມສຳເລັດທີ່ສຸດຂອງຈີນຄືການປູກພືດໃນທະເລຊາຍຄູບີຊີ ທະເລຊາຍທີ່ໃຫຍ່ເປັນອັນດັບ 7 ຂອງໂລກ ພື້ນທີ່ 1 ໃນ 3 ຂອງທະເລຊາຍກາຍເປັນພື້ນທີ່ປ່າມີພືດຫຼາກຫຼາຍສາຍພັນ ເຊິ່ງມາຈາກຄວາມພະຍາຍາມຂອງຈີນ.

ນອກຈາກນີ້ຍັງພົບວ່າ ຈີນໄດ້ຄອບຄອງພື້ນທີ່ປ່າ 21.6% ແຕ່ໄດ້ຕັ້ງເປົ້າເປັນ 23% ພາຍໃນປີ 2020 ແລະ ຈະເພີ່ມເປັນ 26 % ກ່ອນຮອດປີ 2050 ເຮັດໃຫ້ປັດຈຸບັນປະເທດຈີນໄດ້ວາງມາດຕະການຕ່າງໆໃນການປູກປ່າ ແລະ ສ້າງພື້ນທີ່ອະນຸລັກທຳະຊາດເພີ່ມຂຶ້ນ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...