spot_img
Homeຂ່າວຕ່າງປະເທດຊາອຸດິດອາຣັບບີ ສະແດງຄວາມຜິດຫວັງຫຼັງຈາກອີຢູສະເໜີຂຶ້ນບັນຊີດຳຖານຟອກເງິນ

ຊາອຸດິດອາຣັບບີ ສະແດງຄວາມຜິດຫວັງຫຼັງຈາກອີຢູສະເໜີຂຶ້ນບັນຊີດຳຖານຟອກເງິນ

Published on

ເມື່ອວັນທີ 13 ກຸມພາ 2019 ຄະນະກຳມະທິການເອີຣົບໄດ້ສະເໜີໃຫ້ເພີ່ມລາຍຊື່ 7 ປະເທດ ລວມເຖິງ ຊາອຸດິດອາຣັບບີ ແລະ ປານາມາ ລົງໃນບັນຊີດຳຟອກເງິນ ໂດຍມີປະເທດທີ່ຖືກຂຶ້ນບັນຊີດຳໄປແລ້ວກ່ອນໜ້າເຊັ່ນ: ອິຣານ, ອິຣັກ, ປາກິດສະຖານ, ເອທິ ໂອປີ ແລະ ເກົາຫຼີເໜືອ.

ສຳນັກຂ່າວ AFP ລາຍງານວ່າ ລັດຖະບານຊາອຸດິດອາຣັບບີ ອອກມາສະແດງຄວາມຜິດຫວັງໃນກໍລະນີທີ່ສະຫະພາບເອີຣົບ (ອີຢູ) ສະເໜີປະເທດຕົນເອງຂຶ້ນບັນຊີດຳໃນຂໍ້ຫາສົງໃສການຟອກເງິນພ້ອມກັບອີກ 6 ປະເທດ ໂດຍອ້າງວ່າຊາອຸດິດອາຣັບບີຍັງຂາດມາດຕະການ ການປ້ອງກັນການສະໜັບສະໜູນເງິນທຶນໃຫ້ກັບກຸ່ມກໍ່ການຮ້າຍ ແລະ ແກັງອາສະຍາກອນ.

ບົດລົງໂທດຂອງອີຢູມີຂຶ້ນໃນຂະນະທີ່ຄວາມສຳພັນລະຫວ່າງຊາອຸດິດອາຣັບບີກັບເອີຣົບຢູ່ໃນພາວະເຄັ່ງຮ້ອນຈາກຄະດີຄາດຕະກຳນັກຂ່າວ ຈາມານ ຄາຊັອກກີ ເມື່ອປີ 2018, ເຖິງແມ່ນວ່າການເພີ່ມຊື່ໃນບັນຊີດຳບໍ່ໄດ້ນຳໄປສູ່ມາດຕະການຂວໍ້າບາດໂດຍອັດຕະໂນມັດ ແຕ່ກໍ່ເຮັດໃຫ້ທະນາຄານເອີຣົບຕ້ອງສອດສ່ອງທຸລະກຳດ້ານການເງິນລະຫວ່າງລູກຄ້າກັບສະຖາບັນການເງິນໃນປະເທດທີ່ຕິດບັນຊີດຳ ເຊິ່ງຂໍ້ສະເໜີນີ້ຍັງຕ້ອງຜ່ານຄວາມເຫັນດີຈາກລັດຖະສະພາເອີຣົບ ແລະ 28 ລັດສະມາຊິກເອີຣົບ ໂດຍມີຝຣັ່ງ ແລະ ອັງກິດຍັງສະແດງທ່າທີຄັດຄ້ານໃນເລື່ອງນີ້. 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: mgronline

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...