spot_img
Homeຂ່າວພາຍ​ໃນ10 ໄອເດຍມອບຂອງຂວັນໃຫ້ຄົນທີ່ທ່ານຮັກໃນວັນວາເລັນທາຍ

10 ໄອເດຍມອບຂອງຂວັນໃຫ້ຄົນທີ່ທ່ານຮັກໃນວັນວາເລັນທາຍ

Published on

ວັນທີ 14 ກຸມພາ ຂອງທຸກໆປີ ເປັນວັນແຫ່ງຄວາມຮັກ ຫຼື ວາເລັນທາຍ ( Valentine’s Day) ເປັນເດືອນທີ່ເຕັມໄປດ້ວຍຄວາມຮັກ, ຄວາມສຸກທີ່ໝຸ່ມໆສາວໆ ຕ່າງກໍພາກັນມອບຂອງຂັວນໃຫ້ກັນ ແລະ ກັນ ແຕ່ຈະມີຂອງຂວັນແບບໃດແດ່ທີ່ຈະຕ້ອງມີທຸກປີ ແລະ ຫຼາຍໆຄົນນິຍົມມອບໃຫ້ກັນເປັນຂອງຂວັນໃນວັນແຫ່ງຄວາມຮັກ ທີ່ຈະມາເຖິງອີກບໍ່ເທົ່າໃດມື້. ມື້ນີ້, ພວກເຮົາໄດ້ສັນຫາເອົາຂອງຂັວນຄັກໆ ແລະ ປະຢັດງົບງາມໆມາໃຫ້ທ່ານໄດ້ເລືອກ ເພື່ອເປັນອີກໜຶ່ງທາງເລືອກແກ່ທ່ານ ເຊິ່ງຈະມີຫຍັງແດ່ນັ້ນໄປເບິ່ງກັນເລີຍ.

  1. ດອກກຸຫຼາບ ຫຼື ດອກໄມ້ອື່່ນໆ: ເປັນສິ່ງທີ່ສາມາດໃຫ້ກັນໄດ້ຕະຫຼອດເວລາ ຫຼຶ ອາດເວົ້າໄດ້ວ່າທຸກງານຕ້ອງມີດອກໄມ້ ໂດຍສະເພາະຜູ້ຍິງຈະມັກດອກໄມ້ຫຼາຍ ດັ່ງທີ່ເຄີຍໄດ້ຍິນຕິດຫູເລີຍວ່າ: “ຜູ້ຍິງກັບດອກໄມ້ເປັນຂອງຄູ່ກັນ” ຖ້າຫາກມີໃຜຄົນໜຶ່ງໄດ້ຮັບດອກໄມ້ຈະຮູ້ສຶກດີອົກດີໃຈເປັນຢ່າງໃຫຍ່ ແລະ ບໍ່ພໍເທົ່ານັ້ນ, ຖ້າມອບໃຫ້ກັບຄົນຮູ້ໃຈກໍຈະເຮັດໃຫ້ສາຍສໍາພັນນັ້ນແຂງແກ່ນເພີ່ມຂຶ້ນອີກ ອິອິອິອິ.

2. ຊ໋ອກໂກແລັດ: ເພາະມັນເປັນການບອກຄວາມໃນໃຈ ແລະ ພໍໃຈໃນວັນແຫ່ງຄວາມຮັກ ຖ້າໝຸ່ມໆສາວໆຄົນໃດມອບໃຫ້ກັບຄົນທີ່ເຮົາຮັກ ຫຼື ຄົນທີ່ກໍາລັງແອບຮັກຢູ່ ເຂົາເຈົ້າກໍຈະເອົາຊັອກໂກແລັດໄປມອບໃຫ້ທ່ານເຊັ່ນກັນ ເພື່ອຖືເປັນການຕອບແທນ ຫຼື ຈະເອີ້ນວ່າເປັນມາລະຍາດທີ່ດີກໍໄດ້.

3. ເສື້ອຄູ່: ເອີ້ນໄດ້ວ່າເປັນອີກໜຶ່ງຂອງຂວັນຍອດຮີດ ທີ່ຢູ່ຄູ່ກັບເທສະການແຫ່ງຄວາມຮັກນີ້ມາດົນນານ ຖ້າໝຸ່ມໆສາວໆ ຄົນໃດທກຳລັງຊອກຫາເສື້ອງາມໆນຸ່ງອອກໄປທ່ຽວຫຼິ້ນນໍາກັນໃນວັນແຫ່ງຄວາມຮັກນີ້ ລອງຊື້ເສື້ອຄູ່ໄປເປັນຂອງຂວັນໃຫ້ກັບຄູ່ຂອງຕົນເອງໄດ້ເດີ້ ຮັບຮອງວ່າຄູ່ເຈົ້າຈະກາຍເປັນຄູ່ທີ່ຄົນອື່ນອິດສາຕາຮ້ອນກໍເປັນໄດ້!.

  1. ແຫວນຄູ່: ເປັນຂອງຂວັນທີ່ຂາດບໍ່ໄດ້ເລີຍ ສໍາລັບວັນແຫ່ງຄວາມຮັກໃນເດືອນກຸມພາ ທີ່ຈະມາເຖິງນີ້ ເອີ້ນໄດ້ວ່າເປັນຂອງຂວັນຍອດຮິດສໍາລັບຄູ່ຮັກສ່ວນໃຫຍ່ເລີຍ ເພາະວ່າສາມາດສື່ເຖິງຄວາມເປັນຄູ່ຄອງໄດ້ຢ່າງດີ ໝຸ່ມໆ ອາດຈະໃຊ້ໂອກາດນີ້ຂໍສາວຮູ້ໃຈແຕ່ງງານເລີຍ.

  1. ຕຸກກະຕາ: ເປັນການແທນໃຈແທນກາຍ ເພາະຕຸກກະຕາປຽບເໝືອນຕົວແທນຂອງກັນ ແລະ ກັນ, ເປັນສິ່ງທີ່ໃຫ້ກັນໄດ້ທຸກເທສະການຢູ່ແລ້ວ ແຕ່ພິເສດສໍາລັບວັນແຫ່ງຄວາມຮັກຄົງຕ້ອງເລືອກໂຕທີ່ໜ້າຮັກ ແລະ ເປັນທີ່ປະທັບໃຈຂອຜູ້ຮັບ.  ນອກຈາກນີ້, ອາດຈະມີການໃສ່ຮູບ ຫຼື ອັດສຽງເພີ່ມໄປໃຫ້ເບິ່ງເປັນພິເສດຍິ່່ງຂຶ້ນຕື່ມອີກ.

  1. ກາດອວຍພອນ: ອັນນີ້, ເປັນຂອງຈໍາເປັນຄວບຄູ່ໄປກັບດອກໄມ້ ແລະ ຊັອກໂກແລັດ ເລືອກຕາມແບບທີ່ໃຈມັກ, ຂຽນຂໍ້ຄວາມຕາມແບບທີ່ຍາກສື່ໃຫ້ຄົນທີ່ຮັບໄດ້ອ່ານແລ້ວເຂົ້າໃຈທັນທີ ແຖມຫາຊື້ບໍ່ຍາກ ແລະ ລາຄາກໍບໍ່ແພງອີກດ້ວຍ ຖ້າໃຜທີ່ຫາໄອເດຍທີ່ຈະເຮັດກາດອວຍພອນບໍ່ໄດ້ສາມາດຊອກເບິ່ງໄດ້ທີ່ Google ແລະ YouTube.

  1. D.I.Y (Do it Yourself): ເປັນອີກໜຶ່ງທາງເລືອກໃຫ້ກັບຫຼາຍໆຄົນ ຫຼາຍໆ ຄູ່ຮັກ ເຊິ່ງຂອງຂວັນ D.I.Y ຖືເປັນຂອງຂວັນແທນໃຈໄດ້ເປັນຢ່າງດີເລີຍ ເພາະເປັນຂອງແທນໃຈທີ່ເຮັດເອງກັບມືເພື່ອຄົນພິເສດສຸດໆ.

  1. ເຄັກ ຫຼື ຄຸກກີ້: ສໍາຫຼັບພໍ່ບ້ານ-ແມ່ບ້ານ ທີ່ມີສືມືໃນການເຮັດອາຫານ ຫຼື ເຂົ້າໜົມ ເຈົ້າຕ້ອງລອງປ່ຽນຂອງຂວັນຈາກການຊື້ສິ່ງອື່ນໆ ມາເປັນເຂົ້າໜົມເຄັກ ຫຼື ຄຸກກີ້ ເພື່ອເປັນການເຊີໄພ ໃຫ້ກັບຄົນທີ່ທ່ານຮັກ!!!

  1. ກະເປົາ: ເປັນສິ່ງທີ່ຂາດບໍ່ໄດ້ເລີຍ ຖ້າຫາກວ່າຜູ້ຊາຍຫຼາຍໆ ຄົນທີ່ກໍາລັງຊອກຊື້ຂອງຂວັນໃຫ້ກັບຄົນທີ່ທ່ານຮັກ. ການຊື້ກະເປົາໃຫ້ສາວໆ ນັ້ນ ເຂົາເຈົ້າສາມາດໃຊ້ ແລະ ພົກພາຕິດຕົວໄປຕະຫຼອດເວລາ (ຖ້າກະເປົາໃບນັ້ນຖືກໃຈລາວເດິ!)5555

10. ຜະລິດຕະພັນເຄື່ອງສໍາອາງ ຫຼື ບໍາລຸງຜີວ: ເປັນຜະລິດຕະພັນເສີມຄວາມງາມທີ່ຢູ່ກັບຜູ້ຍິງມາແຕ່ດົນ ອະໆ ຍຸກສະໄໝນີ້ຜູ້ຊາຍກໍມັກແຕ່ງມັກທາຄືກັນເດິ ເພາະສະນັ້ນຖ້າຈະເລືອກຊື້ເປັນຂອງຂັວນໃຫ້ກັບຜູ້ຍິງ ຫຼື ຜູ້ຊາຍຂອງທ່ານຄົງຈະບໍ່ແປກ ແຖມຍັງຈະເຮັດໃຫ້ຜູ້ຮັບດີໃຈ ເພາະໄດ້ມອບໃຫ້ແລ້ວເຂົາກໍຕ້ອງໃຊ້ແນ່ນອນ ແລະ ທີ່ສໍາຄັນຍັງບົ່ງບອກວ່າເຂົາເຈົ້າໃສ່ໃຈໃນການດູແລຮັກສາຮ່າງກາຍ ຫຼື ຜິວພັນຂອງທ່ານ ເດະ! ເຂົາຮັກແຫຼະຫັນຈຶ່ງມອບໃຫ້ເປັນຂອງຂັວນ ອິອິອິ.

ຂອງຂວັນ 10 ຢ່າງນີ້ ເປັນພຽງຕົວຢ່າງເພື່ອໃຫ້ມູ່ເພື່ອນທີ່ຍັງຄິດບໍ່ອອກວ່າຈະມອບຫຍັງດີໃຫ້ກັບຄົນທີ່ທ່ານຮັກ ຫຼື ແອບຮັກ ໃນວັນແຫ່ງຄວາມຮັກ. ແຕ່ຖ້າບໍ່ຮູ້ຈະເລືອກອັນໃດດີ ໝູ່ເພື່ອລອງກົດແຊຣ໌ ແລະ ແທັກໃຫ້ກັບຄົນທີ່ທ່ານຈະມອບໃຫ້ກໍໄດ້ເຊັ່ນກັນ ແຕ່ທີ່ແນ່ນອນ ສິ່ງຂອງ ຫຼື ໄອເດຍທີ່ທ່ານນໍາມາແຊຣ໌ ນັ້ນອາດຈະເປັນທີ່ຖືກໃຈຂອງເຂົາເຈົ້າກໍເປັນໄປໄດ້.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: medthai.com, sanook.com

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...