spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ສຸດຍອດອາຫານ ຊະນະອາການ ພູມແພ້

4 ສຸດຍອດອາຫານ ຊະນະອາການ ພູມແພ້

Published on

1591531591

ພະຍາດ ພູ​ມແພ້ ເລີ່ມ​ກາຍ​ເປັນ​ພະຍາດ​ສຸດ​ຮິດ​ຂອງ​ຄົນໃນສັງຄົມໄປແລ້ວເຊິ່ງ​ສ້າງ​ຄວາມ​ທໍລະມານ​ໃຫ້​ກັບ​ຜູ້​ປ່ວຍ​ຢ່າງ​ຫລວງຫລາຍ ໂດຍ​ສະເພາະ​ຕາມ​ເມືອງ​ໃຫຍ່​ທີ່​ອາ​ກາດ​ບໍ່​ບໍລິສຸດ ​ລິ​ຊາ ຄອນ​ລິ​ເອີ ຄູນ ນັກ​ຂຽນ​ເຈົ້າ​ຂອງ​ລາງ​ວັນ National Health Information Award ມີ​ໂຕ​ຊ່ວຍ​ປ້ອງ​ກັນ​ຄວາມ​ທໍລະມານ​ຈາກ​ອາການ​ຂອງ​ພະຍາດ​ນີ້ ເຊິ່ງ​ໄດ້​ແກ່​ອາຫານ​ດັ່ງ​ຕໍ່ໄປນີ້

 

  1. ຫມາກໄມ້​ຕະກູນ​ໝາກກ້ຽງໝາກ​ນາວ ລາແຊັງ ເພາະ​ຫມາກໄມ້​ເຫລົ່າ​ນີ້​ຈະ​ມີ​ວິ​ຕາ​ມິນ​ຊີ ເຊິ່ງ​ມີ​ຄຸນສົມບັດ​ຊ່ວຍຫ​ລຸດ​ອາການ ພູ​ມ​ແພ້ ໄດ້ ໂດ​ຍໂຮງໝໍ​ເດັກ​ອ່ອນ​ໄດ້​ກ່າວ​ວ່າ​ ເດັກ​ແຮກ​ເກີດ ​ທີ່​ດື່ມ​ນົມ​ແມ່​ເປັນ​ປະຈຳ ຈະ​ມີ​ພູ​ມຕ້ານ​ທານ​ຕໍ່​ພະຍາດ ພູ​ມ​ແພ້ ເພາະ ​ໄດ້ຮັບ​ວິ​ຕາ​ມິນ​ຊີ​ຈາກ​ນ້ຳ​ນົມ
  2. ໝາກເລັ່ນ ເປັນ​ແຫລ່ງ​ລວມ​ຂອງ​ວິ​ຕາ​ມິນ​ຊີ​ເຊັ່ນ​ດຽວ​ກັບ​ຫມາກໄມ້​ຕະກູນ​ໝາກກ້ຽງ ນອກ​ຈາກ​ນີ້​ໃນ​ໝາກເລັ່ນ​ຍັງມີ​ ໄລ​ໂຄ​ປິນ​ ເຊິ່ງ​ຊ່ວຍຫ​ລຸດ​ອາການ​ຫອບ​ຫືດ​ຈາກ ພູ​ມແພ້ ໄດ້​ເປັນ​ຢ່າງດີ
  3. ແກ່ນຕາເວັນ ນອກ​ຈາກ​ວິ​ຕາ​ມິນ​ຊີ​ແລ້ວ ວິ​ຕາ​ມິນ​ອີ​ ກໍ​ເປັນ​ອີກ​ໜຶ່ງ​ສານ​ອາຫານ​ທີ່​ຊ່ວຍ​ຕໍ່ສູ້​ກັບ​ພະຍາດ ພູ​ມ​ແພ້ ໄດ້ ຈາກ​ການ​ວິ​ໄຈ​ພົບ​ວ່າ ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ອີ​ ສູງ ​ຈະ​ຊ່ວຍຫ​ລຸດ​ການ​ຕອບສະຫນອງ​ຂອງ​ຮ່າງກາຍ​ຕໍ່​ສານ​ ກໍ່ພູ​ມ​ແພ້ ເຊິ່ງ​ແກ່ນຕາເວັນ  ​ກໍ​ເປັນ​ໂຕເລືອກ​ທີ່​ດີ​ຫລາຍ​ສຳລັບ​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນອີ
  4. ຜັກ​ຫົມ ເປັນ​ອີກ​ໜຶ່ງ​ອາຫານ​ສຳລັບ​ຊະນະອາການ ພູ​ມ​ແພ້ ຢ່າງ​ແທ້​ຈິງ ເນື່ອງ​ຈາກ​ອຸດົມ​ໄປ​ດ້ວຍ​ ແມກ​ນີ​ຊຽມ ເຊິ່ງ​ເປັນ​ສານ​ທີ່​ຖ້າຫາກ​ຮ່າງກາຍ​ຂາດ​ໄປ​ ຈະ​ມີ​ທ່າອ່ຽງ​ທີ່​ຈະ​ເປັນ​ພະຍາດ ພູ​ມແພ້ ແລະ ​ຫອບ​ຫືດ​ໄດ້​ງ່າຍ​ຍິ່ງ​ຂຶ້ນ ​ນີ້​ຈຶ່ງ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ເລີຍ​ສຳລັບ​ຜູ້​ທີ່​ຢາກ​ຫ່າງ​ໄກ​ອາການ ພູມແພ້

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...