Homeຂ່າວຕ່າງປະເທດລັດຖະສະພາສະຫະລັດ ຫ້າມ! ທຣໍ້າຖະແຫຼງນະໂຍບາຍໃໝ່ຈົນກວ່າພາວະຊັດດາວຈະຢຸດຕິ

ລັດຖະສະພາສະຫະລັດ ຫ້າມ! ທຣໍ້າຖະແຫຼງນະໂຍບາຍໃໝ່ຈົນກວ່າພາວະຊັດດາວຈະຢຸດຕິ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 23 ມັງກອນ 2019 ວ່າ ເຈົ້າໜ້າທີ່ໃນສັງກັດໜ່ວຍງານລັດຖະບານກາງສະຫະລັດທີ່ຕ້ອງພັກງານເນື່ອງຈາກພາວະ shut down ຫຼື ການລະງັບແຜນງົບປະມານລາຍຈ່າຍບາງຢ່າງ, ເຊິ່ງຍືດເຍື້ອມາຕັ້ງແຕ່ວັນທີ 22 ທັນວາ 2018 ທີ່ຜ່ານມາ ໄດ້ລວມຕົວກັນປະທ້ວງຄັ້ງໃໝ່ເມື່ອວັນພຸດ (23/01/2019) ໂດຍສ່ວນໃຫຍ່ຂຽນຂໍ້ຄວາມສະແດງຄວາມບໍ່ພໍໃຈຕໍ່ທັງຝ່າຍທຳນຽບຂາວ ແລະ ລັດຖະສະພາສະຫະລັດ ລົງໃນຈານເຈ້ຍ ເຊິ່ງສະແດງໃຫ້ເຫັນວ່າຕະຫຼອດເວລາທີ່ຜ່ານມານັ້ນ ເຈົ້າໜ້າທີ່ຕ້ອງຖືຈານເຈ້ຍຕໍ່ແຖວຮັບອາຫານຟີຣຕາມຮ້ານອາຫານ ທີ່ເຮືອນຄົວພິເສດເພື່ອໃຫ້ບໍລິການອາຫານຟີຣແກ່ເຈົ້າໜ້າທີ່ລັດຖະບານກາງ ຜູ້ທີ່ບໍ່ໄດ້ຮັບຄ່າຕອບແທນຕະຫຼອດໄລຍະເວລາຊັດດາວ.

ຂະນະທີ່ປະທານາທິບໍດີ ໂດນັລ ທຣໍ້າ ກັບ ລັດຖະສະພາສະຫະລັດຍັງບໍ່ສາມາດອ່ອນຂໍ້ໃຫ້ກັນ ຫຼື ບັນລຸຂໍ້ຕົກລົງໃດໆໄດ້ເລີຍ ເຖິງແມ່ນວ່າພາວະຊັດດາວຈະແກ່ຍາວເວລາດົນເກີນ 1 ເດືອນແລ້ວ ເຊິ່ງສາເຫດແມ່ນມາຈາກຄວາມຂັດແຍ້ງເລື່ອງງົບປະມານໃນການສ້າງກຳແພງຊາຍແດນທາງພາກໃຕ້ລະຫວ່າງສະຫະລັດກັບເມັກຊິກ ທີ່ຕ້ອງໃຊ້ງົບປະມານສູງເຖິງ 5.700 ລ້ານໂດລາ.

ຫຼ້າສຸດ, ທ່ານ ນາງ ແນນຊີ ເປໂລຊີ ປະທານສະພາຜູ້ແທນປະຊາຊົນ ຍື່ນໜັງສືສະບັບໃໝ່ຕໍ່ຜູ້ນຳສະຫະລັດ ວ່າການຖະແຫຼງນະໂຍ ບາຍປະຈຳປີຕໍ່ລັດຖະສະພາສະຫະລັດຊຸດໃຫຍ່ທີ່ແຄປິຕໍ ຮິວ ຈະບໍ່ສາມາດເກີດຂຶ້ນໄດ້ຕາມກຳນົດການໃນວັນທີ 29 ມັງກອນ 2019ນີ້ ຫາກຜູ້ນຳສະຫະລັດບໍ່ສາມາດຢຸດຕິພາວະຊັດດາວໄດ້ກ່ອນ ແຕ່ທຣໍ້າກັບກ່າວວ່າເຂົາຈະ “ຫາທາງເລືອກອື່ນ” ເພື່ອກ່າວສຸນທໍລະພົດໃນຄັ້ງນີ້ ແຕ່ຍັງບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...