spot_img
Homeຂ່າວພາຍ​ໃນສອດສ່ອງ! ຄວາມແຕກຕ່າງຂອງກາເຟແຕ່ລະຊະນິດ

ສອດສ່ອງ! ຄວາມແຕກຕ່າງຂອງກາເຟແຕ່ລະຊະນິດ

Published on

ຫຼາຍໆ ຄົນມັກດື່ມກາເຟ ຈົນບາງຄົນດື່ມຈົນຕິດ ທຸກໆມື້ຕ້ອງໄດ້ດື່ມກາເຟ ເຊິ່ງຄົນລາວສ່ວນໃຫຍ່ມັກຈະດື່ມກາເຟນົມເຢັນ, ກາເຟຮ້ອນ ທ່ານຮູ້ບໍ່ວ່າກາເຟທີ່ຄົນທົ່ວໂລກນິຍົມດື່ມ ຫຼື ເຮົາມັກຈະພົບເຫັນຕາມໂຄສະນາຕ່າງໆ ໃນຈອກແກ້ວເບິ່ງແລ້ວໃຜໆກໍຢາກຊີມແມ່ນບໍ່? ແຕ່ມັນມີຫຼາຍແບບຫຼາຍຊະນິດ ແລະ ລົດຊາດມັນກໍຕ່າງກັນອີກ ແລ້ວເຮົາຈະເລືອກດື່ມກາເຟໃດດີ? ເພາະບາງຄົນອາດຈະບໍ່ເຄີຍດື່ມມາກ່ອນແຕ່ກໍຢາກລອງຢາກຊີມ ແຕ່ໃນໃຈຄິດວ່າສັ່ງມາແລ້ວລົດຊາດມັນຈະຄືກັບກາເຟທີ່ຂາຍຢູ່ຮ້ານທົ່ວໄປບໍ່ ແຕ່ຊື່ມັນພັດແຕກແຕ່ງກັນມັນເປັນຍ້ອນຫຍັງ? ມີ້ນີ້ເຮົາໄປສ່ອງນໍາກັນວ່າກາເຟແຕ່ລະຊະນິດມີຄວາມແຕກຕ່າງກັນແນວໃດ?.

ເລີ່ມຕົ້ນທີ່ ກາເຟດໍາ

ເປັນກາເຟທີ່ຊົງດ້ວຍການຕື່ມນໍ້າ ຫຼື ຊົງແບບ ທີ່ບໍ່ໃສ່ນໍ້ານົມ ແຕ່ໃສ່ນໍ້າຕານແທນ, ຫຼາຍຄົນມັກເຂົ້າໃຈຜິດວ່າກາເຟດໍາກັບ ເອສເພຣໂຊ (Espresso) ເປັນຊະນິດດຽວກັນ ແຕ່ທີ່ຈິງແລ້ວມັນມີຄວາມແຕກຕ່າງກັນຫຼາຍຄື: ຖ້ວຍ ເອສເພຣໂຊ ຈະມີຂະໜາດນ້ອຍກວ່າ ເພາະວ່າດື່ມໃຫ້ໝົດພຽງເທື່ອດຽວ, ປົກກະຕິ ເອສເພຣໂຊ ຈະບໍ່ໃສ່ນໍ້າຕານ ຫຼື ນົມ ແລະ ຄົນບໍ່ນິຍົມດື່ມ ​ເອສເພຣໂຊ ເທົ່າກັບກາເຟດໍາ.

ເອສເພຣໂຊ (Espresso)

ເປັນກາເຟທີ່ກັ່ນຕອງອອກມາໂດຍບໍ່ມີການປະສົມຢ່າງອື່ນລົງໄປບໍ່ວ່າຈະເປັນນົມ,​ນໍ້າ ຫຼື ນໍ້າຕານ, ລົດຊາດຂອງມັນຈະເຂັ້ມຂຸ້ນຫຼາຍໃນຈອກແກ້ວໜ່ວຍນ້ອຍໆ ມີຟອງສີທອງຢູ່ເທິງ, ບັນຈຸໃນປະລິມານໜ້ອຍດື່ມໃນ 1-2 ກືນ ເພາະເປັນກາເຟສົດໆ ແຕ່ຖ້າຫາກດື່ມບໍ່ຖືກວິທີ ມັນຈະມີຟອງສີທອງຟູຂຶ້ນ ແລະ ລົດຊາດຂອງມັນຈະຕິດປາກຈາກການດື່ມດົນເຖິງ 15-30 ນາທີ.

ຄາປູຊິໂນ (Cappuccino)

ເປັນກາເຟທີ່ມີສ່ວນປະກອບຂອງຟອງນົມ ທີ່ຜ່ານການອັດລົມຮ້ອນຈົນຟູຂຶ້ນເປັນຟອງລະອຽດນໍາມາປະສົມກັບ ເອສເພຣໂຊ ແລະ ມັກຈະໂຮຍປົນກັບຜົງ ຊິນນາມອນ ຫຼື ຜົງອົບເຊຍ ແຕ່ບາງຄົນທີ່ບໍ່ມັກຜົງອົບເຊຍ ກໍບໍ່ໃສ່ກໍໄດ້ ເພາະກິ່ນຂອງມັນອາດຈະເຮັດໃຫ້ທ່ານບໍ່ຢາກດື່ມກາເຟແກ້ວນັ້ນເລີຍກໍ່ເປັນໄປໄດ້.

ລາເຕ້ (Latte)

ເປັນກາເຟປະສົມກັບນົມເໝາະສໍາລັບຜູ້ຍິງ, ການຊົງກາເຟລາເຕ້ຂ້ອນຂ້າງສື່ເຖິງເລື່ອງລາວຄວາມສວຍງາມ ເພາະຈະຕ້ອງມີການຖອກນົມຮ້ອນລົງໄປໃນຈອກນໍ້າກາເຟ ເຮັດໃຫ້ເກີດລວດລາຍໃນຈອກ ຖ້າຮ້ານໃດດື່ມແລ້ວແຊບ ແລະ ສິມືດີ ຄົນກໍຈະເຂົ້າມາດື່ມທຸກມື້ແນ່ນອນ.

ມັອກຄາ (Mocha)

ເປັນກາເຟທີ່ມີການປະສົມໂກໂກ້ ເໝາະກັບຜູ້ເລີ່ມຕົ້ນດື່ມກາເຟ ເພາະລົດຊາດຈະມີທັງກາເຟ ແລະ ໂກໂກ້ ເຮັດໃຫ້ດື່ມງ່າຍ. ອັນທີ່ຈິງແລ້ວກາເຟ ມັອກຄາ ເປັນຊື່ແນວພັນຂອງກາເຟທີ່ມີກິ່ນໂກໂກ້ພາຍໃນຕົວ ແລະ ບໍ່ຈໍາເປັນຕ້ອງເພີ່ມໂກໂກ້ ແຕ່ສ່ວນໃຫຍ່ແລ້ວຈະເຂົ້າໃຈວ່າເປັນກາເຟປະສົມກັບໂກໂກ້ນັ້ນເອງ.

ອາເມລິກາໂນ (Americano)

ເປັນກາເຟທີ່ດັດແປງມາຈາກກາເຟ ເອສເພຣໂຊ ເນື່ອງຈາກຊາວອາເມລິກາຮູ້ສຶກວ່າ ເອສເພຣໂຊ ມີຄວາມເຂັ້ມຂຸ້ນຫຼາຍເກີນໄປ ຈຶ່ງມີການປະສົມນໍ້າໃສ່ ເພື່ອໃຫ້ມີລົດຊາດຈືດຈາງລົງ ແຕ່ກໍຍັງຮັກສາເອກະລັກການດື່ມທີ່ບໍ່ໃສນໍ້າຕານ ຫຼື ນົມລົງໄປ ພຽງແຕ່ເຮັດໃຫ້ມັນຈາງລົງເທົ່ານັ້ນ.

ກາເຟຂາວ (white coffee)

ເປັນຊາສະໜູນໄພຊະນິດໜຶ່ງ ທີ່ຖືກຄົ້ນພົບໃນເມືອງເບຣຸຕ ມີຄົນນິຍົມດື່ມເປັນຈໍານວນຫຼາຍໃນປະເທດເລບານອນ ກັບ ຊີລີ ແລະ ມັກຈະດື່ມຄູ່ກັບເຂົ້າໜົມຫວານ, ທາງເອີຣົບ ຈະເວົ້າວ່າມັນມີລັກສະນະທີ່ເປັນກາເຟໃສນົມ ຂະນະດຽວກັນທາງອາເມລິກາ ເວົ້າວ່າເປັນກາເຟທີ່ກັ່ນຕ້ອງໄວ້ດົນຈົນອອກມາເປັນສີຄືກັບສີເຫຼືອງ.

ທັງໝົດທີ່ນໍາມາສະເໜີນີ້, ເປັນພຽງກາເຟທີ່ຄົນນິຍົມດື່ມໃນຮ້ານເທົ່ານັ້ນ ເຊິ່ງນອກຈາກນີ້ອາດຈະມີກາເຟທີ່ເປັນສູດສໍາລັບຮ້ານ ແລະ ແຕ່ລະຮ້ານອາດຈະມີລົດຊາດທີ່ແຕກຕ່າງກັນ ເຊັ່ນ: ບາງຮ້ານອາດຈະໃສ່ສ່ວນປະສົມໜ້ອຍ, ບາງຮ້ານອາດຈະໃສ່ຫຼາຍກໍວ່າກັນໄປ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: meepanda.com, anatomy.dent.chula.ac.th

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...