ໄຕ້ຫວັນຊ້ອມຮົບຄັ້ງໃຫຍ່ໃຊ້ລູກປືນແທ້ ບອກພ້ອມເຮັດສົງຄາມກັບຈີນ!

ເມື່ອວັນທີ 17 ມັງກອນ 2019 ສຳນັກຂ່າວຕ່າງປະເທດລາຍງານ ກອງທັບໄຕ້ຫວັນຈັດຊ້ອມຮົບຄັ້ງໃຫຍ່ ທີ່ດ້ານຕາເວັນຕົກຂອງເກາະໄຕ້ຫວັນ ໂດຍຈຳລອງສະຖານະການຖືກສັດຕູຮຸກຮານ ໂດຍລຳລຽງສົ່ງກຳລັງທະຫານ ເຮືອບິນຮົບ ເຮືອບິນຍິງຈະຫຼວດ ເຮລິ ຄັອບເຕີຈູ່ໂຈມ ແລະ ລົດຖັງ ໄປທີ່ຫາດໃກ້ເມືອງໄທ່ຊຸ່ງ ນີ້ຖືເປັນການຊ້ອມຮົບໂດຍໃຊ້ລູກປືນແທ້ຄັ້ງທຳອິດຂອງປີ ທ່າມກາງສະຖາ ນະການເຄັ່ງຮ້ອນລະຫວ່າງຈີນກັບໄຕ້ຫວັນທີ່ເພີ່ມທະວີສູງຂຶ້ນ ເນື່ອງຈາກປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນຍັງຄົງຢືນຢັນຄຳເກົ່າເຖິງສະຖານະຂອງໄຕ້ຫວັນແມ່ນດິນແດນສ່ວນໜຶ່ງຂອງຈີນ.

ໂຄສົກກອງທັບໄຕ້ຫວັນ ເປີດເຜີຍກັບນັກຂ່າວ CNN ວ່າ ຈຸດຢືນຂອງກອງທັບໄຕ້ຫວັນຄືພ້ອມຈະຕອບໂຕ້ກັບໄພຄຸກຄາມທຸກຢ່າງ ລວມເຖິງການບຸກລຸກຂອງຊາດຈີນຄອມມູນິດ ແລະ ການຊ້ອມຄັ້ງນີ້ເປັນການຊ້ອມຮົບເພື່ອກຽມພ້ອມສຳລັບສົງຄາມທີ່ອາດຈະເກີດຂຶ້ນ ໃນຂະນະທີ່ໄຕ້ຫວັນໄດ້ດຳເນີນການກຽມພ້ອມມາໂດຍຕະຫຼອດໃນການຮັກສາດິນແດນ ແລະ ເສລີພາບຂອງໄຕ້ຫວັນ, ເຊິ່ງການຊ້ອມຮົບຄັ້ງນີ້ຈະດຳເນີນຕໍ່ໄປຈົນໝົດເດືອນ ມັງກອນ 2019.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: thairath