spot_img
Homeຂ່າວພາຍ​ໃນໃນປີ 2019 ຈະມີ 99 ເປົ້າໝາຍຖືກກວດສອບລາຍຮັບ-ລາຍຈ່າຍ

ໃນປີ 2019 ຈະມີ 99 ເປົ້າໝາຍຖືກກວດສອບລາຍຮັບ-ລາຍຈ່າຍ

Published on

ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2018 ທີ່ຜ່ານມາວ່າ ໃນປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນການກວດສອບ ຈຳນວນ 99 ເປົ້າໝາຍ ໃນນັ້ນ, ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ, ກວດສອບໂຄງການພັດທະນາແບບຍືນຍົງ 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດສອບໂຄງການກູ້ຢືມເງິນ ແລະ ຊ່ວຍເຫຼືອລ້າ 21 ເປົ້າໝາຍ, ກວດສອບທະນາຄານລັດ 6 ເປົ້າໝາຍ ແລະ ວິສາຫະກິດລັດ 18 ເປົ້າໝາຍ.

ສຳລັບຂົງເຂດກວດສອບຄື: ກວດສອບລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ໂຄງການພັດທະນາແບບຍືນຍົງ, ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ການປ່ອຍສິນເຊື່ອ ແລະ ຜົນຂອງການດຳເນີນທຸລະກິດຂອງວິສາຫະກິດລັດ.

ທ່ານປະທານອົງການກວດສອບແຫ່ງລັດ ກ່າວຕື່ມອີກວ່າ: ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ສຳເລັດຜົນຕາມລະດັບຄາດໝາຍ, ມີປະສິດທິພາບ – ປະສິດທິຜົນ ແລະ ປະຢັດ ທາງອົງການກວດສອບແຫ່ງລັດຈະໄດ້ສຸມໃສ່ຈັດຕັ້ງປະຕິບັດບາງມາດຕາຄື:

  1. ຄະນະພັກ-ຄະນະນຳ ອົງການກວດສອບແຫ່ງລັດ, ອົງການກວດສອບປະຈຳພາກ, ຄະນະແຕ່ລະຂັ້ນ ໃຫ້ຫັນເອົາທິດທາງວຽກງານຈຸດສຸມເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າວຽກໃຫ້ສຳເລັດຜົນ.
  2. ອົງການກວດສອບປະຈຳພາກ, ຫ້ອງການ, ບັນດາກົມ ແລະ ສະຖາບັນຝຶກອົບຮົມຈັດຕັ້ງການເຊື່ອມຊຶມບັນດາກົດໝາຍ, ນິຕິກຳທີ່ກ່ຽວຂ້ອງໃຫ້ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ ແລະ ເພີ່ມທະວີການຕິດຕາມກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ແກ້ໄຂປັບປຸງວິທີເຮັດວຽກໃຫ້ມີຄວາມຄ່ອງຕົວ.
  3. ອົງການກວດສອບແຫ່ງລັດເອົາໃຈໃສ່ປະສານສົມທົບອົງການກວດສອບລັດຖະບານ, ກຳມະທິການ,​ແຜນການ, ການເງິນ ແລະ ການກວດສອບ, ສະພາແຫ່ງຊາດ, ກະຊວງການເງິນ, ການຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ບັນດາແຂວງ – ນະຄອນຫຼວງ ໃນການຈັດຕັ້ງປະຕິບັດແຜນການກວດສອບປະຈຳປີ 2019.
  4. ອົງການກວດສອບປະຈຳພາກ ເອົາໃຈໃສ່ປະສານສົມທົບອົງການປົກຄອງທ້ອງຖິ່ນ, ອົງການກວດກາລັດຂັ້ນແຂວງ-ນະຄອນຫຼວງ ເພື່ອປະຕິບັດກົນໄກການປະສານງານ, ແຜນດຳເນີນກວດສອບ ແລະ ແກ້ໄຂມາດຕະການແນະນຳຜົນກວດສອບໃຫ້ເປັນຮູບປະທຳ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: laoedaily

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...