ສຳນັກຂ່າວເອເອັບພີ (AFP) ລາຍງານວ່າ ກຸ່ມປະທ້ວງ ເສື້ອກັກເຫຼືອງ ຂອງຝຣັ່ງກັບມາຊຸມນຸມກັນປະທ້ວງອີກຄັ້ງ ເມື່ອວັນທີ 5 ມັງກອນ 2019 ທີ່ຜ່ານມາ ຂະນະທີ່ໂຄສົກຂອງລັດຖະບານຝຣັ່ງ ປະນາມກຸ່ມປະທ້ວງກຸ່ມນີ້ວ່າເປັນພວກຫົວຮຸນແຮງທີ່ຕ້ອງການໂຄ່ນລົ້ມລັດຖະບານ.
ຂ່າວລະບຸວ່າມີຜູ້ປະທ້ວງເສື້ອກັກສີເຫຼືອງປະມານ 1.000 ຄົນ ຢູ່ບໍລິເວນຖະໜົນໝ໋ອງເຊີລິເຊ, ໃນນະຄອຫຼວງປາຣີ ປະເທດຝຣັ່ງ ຂະນະທີ່ມີລົດຕຳຫຼວດ 15 ຄັນຈອດຢູ່ບໍລິເວນດັ່ງກ່າວ ຜູ້ປະທ້ວງໄດ້ພາກັນຈູດກອງຂີ້ເຫຍື້ອ ແລະ ເຄື່ອງຂອງຕ່າງໆຈົນໄດ້ຮັບຄວາມເສຍຫາຍລວມເຖິງເຜົາລົດຈັກຕາມຂ້າງທາງ ກຸ່ມຜູ້ປະທ້ວງໄດ້ເພີ່ມຄວາມຮຸນແຮງຂຶ້ນໂດຍໄດ້ມີການດຶກວັດຖຸສິ່ງຂອງໃສ່ເຈົ້າໜ້າທີ່ຕຳຫຼວດ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດຕ້ອງໄດ້ສີດແກ໊ສນໍ້າຕາໃສ່ກຸ່ມຜູ້ປະທ້ວງ, ເຈົ້າໜ້າທີ່ຕຳຫຼວດແຈ້ງວ່າ ໃນຊ່ວງຕອນບ່າຍມີລາຍງານຜູ້ປະທ້ວງເພີ່ມຂຶ້ນອີກ ລວມທັງໝົດປະມານ 4.000ຄົນ.
ໜຶ່ງໃນຜູ້ປະທ້ວງໄວອາຍຸ 58ປີບອກວ່າ ເຫດຜົນທີ່ຮ່ວມກັນປະທ້ວງກໍ່ເພື່ອເປັນການປົກປ້ອງສິດທິຂອງລູກໃນການເຮັດວຽກໃຫ້ມີຢູ່ມີກິນ ໂດຍລູກສາວໄດ້ເງິນເດືອນໆລະ 800 ເອີໂຣ ຫຼື ປະມານ 7.800.000 ກີບ ຕ້ອງເຮັດວຽກເປັນຄົນເຮັດຂະໜົມປັງອາທິດລະ 25 ຊົ່ວໂມງ.
ນອກຈາກທີ່ນະຄອນຫຼວງປາຣີແລ້ວ ຍັງມີການຊຸມນຸມຍ່ອຍເກີດຂຶ້ນອີກຫຼາຍເມືອງຂອງຝຣັ່ງ ລວມທັງໃນເມືອງຣູອັອງ ທາງຕາເວັນຕົກສຽງເໜືອຂອງນະຄອນຫຼວງປາຣີ ມີການຊຸມນຸມປະມານ 2.000 ຄົນ ແລະ ມີການຈັບກຸມຕົວຜູ້ປະທ້ວງ 2 ຄົນ ໂດຍຜູ້ປະທ້ວງໄດ້ຮັບບາດເຈັບ 1 ຄົນ ຫຼັງຖືກສິ່ງຂອງດຶກໃສ່ ແລະ ກຸ່ມປະທ້ວງໄດ້ຈູດໄຟເຜົາສິ່ງກີດຂວາງ.
ທັງນີ້, ການຊຸມນຸມຂອງກຸ່ມເສື້ອກັກເຫຼືອງໃນຝຣັ່ງເລີ່ມຕົ້ນຂຶ້ນຕັ້ງແຕ່ວັນທີ 17 ພະຈິກ 2018 ຫຼັງຈາກມີການປະກາດຈະຂຶ້ນພາສີນໍ້າມັນ ຈົນເຮັດໃຫ້ປະທານາທິບໍດີ ເອັມມານູແອລ ມາຄົງ ຂອງຝຣັ່ງຕ້ອງຍົກເລີກແຜນດັ່ງກ່າວ ກ່ອນທີ່ຜູ້ຊຸມນຸມຈະຫັນປ່ຽນການຊຸມນຸມເປັນການຂັບໄລ່ລັດຖະບານຂອງທ່ານ ມາຄົງແທນ ໂດຍຈຳນວນຜູ້ຊຸມນຸມຈະຫຼຸດລົງເລື້ອຍໆໃນຊ່ວງຫຼາຍອາທິດທີ່ຜ່ານມາ ຂະນະນີ້ຕຳຫຼວດເປີດເຜີຍວ່າ ການຊຸມນຸມເມື່ອວັນທີ 5 ມັງກອນ 2018 ມີຜູ້ຊຸມນຸມທົ່ວປະເທດທັງໝົດປະມານ 12.000ຄົນ ປຽບທຽບກັບເມື່ອວັນທີ 17 ພະຈິກ 2018 ທີ່ມີຢູ່ຫຼາຍເຖິງ 282.000ຄົນ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon