spot_img
Homeຂ່າວຕ່າງປະເທດສະຫະລັດຂະຫຍາຍເວລາການຖອນທະຫານອອກຈາກຊີຣີ

ສະຫະລັດຂະຫຍາຍເວລາການຖອນທະຫານອອກຈາກຊີຣີ

Published on

ປະທານາທິບໍດີ ໂດນັລ ທຣໍ້າ ປະກາດເມື່ອວັນທີ 19 ທັນວາ 2018 ປີທີ່ຜ່ານມາເລື່ອງການຖອນທະຫານອາເມລິກາ ທີ່ມີທັງໝົດ 2.000 ຄົນ ອອກຈາກຊີຣີ ພາຍໃນເວລາ 30 ວັນ ກ່ອນອີກ 2 ອາທິດຕໍ່ມາໃຊ້ຄຳວ່າ “ຄ່ອຍເປັນຄ່ອຍໄປ” ແລະ ຂະຫຍາຍເວລາອອກເປັນ 120 ວັນ, ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບຂ່າວ ກ່າວລະຫວ່າງການໄປຢ້ຽມຢາມ ອິດສະລາແອນ ເມື່ອວັນອາທິດທີ 6 ມັງກອນ 2019 ວ່າ ເຖິງແມ່ນວ່າການຖອນທະຫານຕ້ອງເກິດຂຶ້ນຕາມຄຳສັ່ງຂອງຜູ້ນຳສະຫະລັດ ແຕ່ຈະຕ້ອງຢູ່ໃນເງື່ອນໄຂທີ່ວ່າ “ກຸ່ມ IS ເສຍໄຊ” ຈົນບໍ່ສາມາດຟື້ນຕົວກັບມາເປັນໄພຄຸກຄາມໄດ້.

ຂະນະດຽວກັນ, ສະຫະລັດຕ້ອງການຢືນຢັັນ “ຄວາມປອດໄພ” ໃຫ້ກອງກຳລັງປ້ອງກັນຕົນເອງ “ໜ່ວຍງານຄຸ້ມຄອງແມ່ຍິງຊາວເຄີດ ວາຍພີຈີ” (YPJ: Kurdish Women’s Protection Units) ທີ່ປັດຈຸບັນກຳລັງຢຶດຄອງພື້ນທີ່ທາງເໜືອຂອງຊີຣີ ແລະ ອາດມີການວາງກຳລັງທະຫານໄວ້ບາງສ່ວນກ່ອນ ເພື່ອປ້ອງກັນກິດຈະກຳທາງທະຫານຂອງອິຣານໃນພື້ນທີ່ ໂດຍທ່ານ ໂບລຕັນ ກ່າວວ່າ ຈະຫາລືເລື່ອງນີ້ກັບປະທານາທິບໍດີ ເຣເຊບ ເທຢິບ ເອີໂດກັນ ໃນລະຫວ່າງການໄປຢ້ຽມຢາມຕວັກກີ.

ທັງນີ້, ຄຳກ່າວຂອງທ່ານ ໂບລຕັນ ຖືເປັນການສົ່ງສັນຍານໂດຍມີໃຈຄວາມວ່າ ການຖອນທະຫານອາເມລິກາອອກຈາກຊີຣີ “ອາດຊ້າອອກໄປອີກ” ດ້ານນາຍົກລັດຖະມົນຕີເບນຈາມິນ ເນທັນຍາຮູ ກ່າວວ່າລັດຖະບານອິດສະລາແອນຈະໃຊ້ໂອກາດນີ້ພະຍາຍາມອີກຄັ້ງໃນການໃຫ້ສະຫະລັດຍອມຮັບວ່າ ອານາເຂດທີ່ພູສູງໂກລັນມີເນື້ອທີ່ 1.800 ກິໂລຕາແມັດ ແຫ່ງນີ້ເປັນຂອງອິດສະລາແອນ (ຕັ້ງຢູ່ກາງລະຫວ່າງຊາຍແດນທາງຕະເວັນຕົກຂອງຊີຣີກັບທາງຕະເວັນອອກຂອງອິດສະລາແອນ).

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...