ເມື່ອວັນທີ 1 ມັງກອນ 2019 ເຄືອຂ່າຍຄວາມປອດໄພການບິນ ASN (Aviation Safety Network) ຂອງໂຮນລັງ (Netherland) ເຜີຍວ່າ ຈຳນວນຜູ້ເສຍຊີວິດຈາກອຸບັດເຫດທາງການບິນໃນປີ 2018 ມີຈຳນວນ 556 ຄົນ ຈາກເຫດການເຮືອບິນຕົກ 15 ຄັ້ງ ເຊິ່ງເພີ່ມຂຶ້ນຈາກປີ 2017 ຫຼາຍກວ່າ 10 ເທົ່າ ເນື່ອງຈາກວ່າໃນປີ 2017 ມີຈຳນວນຜູ້ເສຍຊີວິດພຽງ 44 ຄົນ ຈາກອຸບັດເຫດເຮືອບິນຕົກ 10 ຄັ້ງ .
ຕາມການລາຍງານຂອງ ASN ໃນປີ 2018 ມີອຸບັດເຫດທາງເຮືອບິນທີ່ເຮັດໃຫ້ເກີດມີຄົນເສຍຊີວິດທັງໝົດ 15 ຄັ້ງ ໂດຍຄັ້ງທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນເດືອນຕຸລາ 2018 ເມື່ອເຮືອບິນໂດຍສານຂອງ ໄລອອນ ແອຣ໌ ຕົກໃນອິນໂດເນເຊຍ ເຮັດໃຫ້ມີຜູ້ໂດຍສານເສຍຊີວິດ 189 ຄົນ.
ທ່ານ ຮາຣ໌ໂຣ ແຣນເຕີ (Harro Ranter) ປະທານຄະນະບໍລິຫານຂອງ ASN ກ່າວວ່າ ຫາກທຽບອັດຕາການເກີດອຸບັດຕິເຫດກ່ຽວກັບເຮືອບິນເມື່ອ 10 ປີກ່ອນ, ປີທີ່ຜ່ານມາມີເຮືອບິນຕົກ 39 ຄັ້ງ ນັ້ນສະແດງໃຫ້ເຫັນເຖິງຄວາມກ້າວໜ້າຢ່າງໃຫຍ່ຫຼວງ ໃນດ້ານຄວາມປອດໄພໃນການເດີນທາງສັນຈອນທາງອາກາດ.
ອຸບັດເຫດເຮືອບິນຕົກ 3 ໃນ 15 ຄັ້ງຂອງປີທີ່ຜ່ານມາ ກ່ຽວພັນກັບສາຍການບິນທີ່ຖືກສະຫະພາບເອີຣົບ (EU: European Union) ຂຶ້ນບັນຊີດຳ.
ການກວດສອບຍ້ອນຫຼັງ 5 ປີຫຼ້າສຸດ ສະແດງໃຫ້ເຫັນວ່າ ການສູນເສຍການຄວບຄຸມຄືສາເຫດຫຼັກຂອງເຮືອບິນຕົກ ດ້ວຍຈຳນວນ 10 ໃນ 25 ຄັ້ງຂອງອຸປະຕິເຫດຮ້າຍແຮງທີ່ສຸດ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews, thairath
ຮູບປະກອບ: pptvhd36