ຊາຍຊາວຝຣັ່ງຕັ້ງເປົ້າເດີນທາງຂ້າມມະຫາສະໝຸດດ້ວຍຖັງ

(Jean-Jacques Savin)  ທ້າວ ຊາວາ ໄວອາຍຸ 71 ປີ ອະດີດທະຫານໂດດຈ້ອງ ແລະ ເຄີຍເປັນເຈົ້າໜ້າທີ່ພິທັກອຸທະຍານ ແລະ ນັກບິນມາກ່ອນ ໄດ້ອອກເດີນທາງຈາກ ເອລ ເອຍໂຣ ເກາະຄານາຣິຂອງສະເປນ ແລະ ຫວັງວ່າຈະເດີນທາງໄປຮອດເກາະໃນທະເລແຄຣິບຽນ ພາຍໃນເວລາ 3 ເດືອນ ດ້ວຍຖັງຂະໜາດຍາວ 3 ແມັດ ກວ້າງ 2.10 ແມັດ ມີເນື້ອທີ່ອາໃສ 6 ຕາແມັດ ທີ່ພາຍໃນຖືກຕົບແຕ່ງໃຫ້ມີຕຽງນອນ, ຫ້ອງຄົວ ແລະ ບ່ອນເກັບເຄື່ອງ ນອກຈາກນີ້ພື້ນດ້ານລຸ່ມຍັງສາມາດເບິ່ງເຫັນປາທີ່ລອຍຜ່ານໄປມາໄດ້ອີກດ້ວຍ.

ໃນລະຫວ່າງການເດີນທາງເຂົາຈະຖິ້ມເຄື່ອງໝາຍໄວ້ເປັນໄລຍະ ເພື່ອຊ່ວຍໃຫ້ນັກສະໝຸດສາດສຶກສາກ່ຽວກັບກະແສຄື້ນໃນມະຫາ ສະໝຸດແອດແລນຕິກ, ໃນການໃຫ້ສຳພາດທາງໂທລະສັບກັບສຳນັກຂ່າວເອເອຟພີ ເຂົາກ່າວວ່າ “ສະພາບອາກາດດີຫຼາຍ ຂ້ອຍປະເຊີນກັບຄື້ນປະມານ 1 ແມັດ ແລະ ເຄື່ອນທີ່ 2-3 ກິໂລແມັດຕໍ່ຊົ່ວໂມງ ຕາມພະຍາກອນ ລົມຈະດີໄປຈົນຮອດວັນອາທິດນີ້”

ຊາວາ ເຊື່ອວ່າ ກະແສຄື້ນໃນມະຫາສະໝຸດຈະພັດພາຫະນະທີ່ເຮັດຈາກໄມ້ອັດເຄືອບຢາງຂອງເຂົາໄປໄດ້ໄກປະມານ 4.500 ກິໂລແມັດ ຈົນຮອດແຄຣິບຽນ ຖັງນີ້ຖືກສ້າງຂຶ້ນໃຫ້ຕ້ານທານຄື້ນ ແລະ ການໂຈມຕີຂອງວານເພັດສະຄາດ ມີແຜງໂຊລາສ້າງພະລັງງານໄຟຟ້າສຳລັບການສື່ສານ ແລະ ການລະບຸຕຳແໜ່ງຈີພີເອສ ໃຊ້ງົບປະມານໃນການສ້າງປະມານ 60.000 ເອີໂຣ ຫຼື 586.020.000 ກີບ ສ່ວນຫຼາຍເປັນເງິນທີ່ໄດ້ຈາກການລະດົມທຶນ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: www.bbc.com