ເກາະບາຫຼີຈະຂວໍ້າບາດພາກທຸລະກິດທີ່ຝ່າຝືນການໃຊ້ພລາສຕິກເທື່ອດຽວແລ້ວຖິ້ມ

ສຳນັກຂ່າວຣອຍເຕີລາຍງານວ່າ “ເກາະບາຫຼີ” ເກາະທ່ອງທ່ຽວຊື່ດັງຂອງອິນໂດເນເຊຍອອກລະບຽບຫ້າມພລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມເຊັ່ນ: ຖົງຢາງ, ກ່ອງໂຟມ ແລະ ຫຼອດດູດ ຫວັງຫຼຸດມົນລະພິດທາງທະເລ ໂດຍນະໂຍບາຍຄັ້ງນີ້ຕັ້ງເປົ້າຈະລຸດຂອງເສຍຈາກພລາສຕິກທີ່ລົງສູ່ທະເລໃຫ້ໄດ້ 70% ພາຍໃນປີ 2019. ເຊິ່ງນະໂຍບາຍດັ່ງກ່າວໄດ້ຖືກປະກາດໃຊ້ເມື່ອວັນສຸກທີ 21 ທັນວາ 2018 ທີ່ຜ່ານມາ.

ໂດຍເນັ້ນກຸ່ມເປົ້າໝາຍກຸ່ມຜູ້ຜະລິດ ຜູ້ຈຳໜ່າຍ ແລະ ຜູ້ມີສ່ວນຮ່ວມໃນທຸລະກິດ ລວມເຖິງປະຊາຊົນທົ່ວໄປໃຫ້ຢຸດໃຊ້ພລາສຕິກແບບໃຊ້ຄັ້ງດຽວແລ້ວຖິ້ມ ແລະ ຫັນໄປໃຊ້ວັດຖຸອື່ນແທນພລາສຕິກ ສຳລັບຜູ້ທີ່ຝ່າຝືນມາດຕະການດັ່ງກ່າວ ໂດຍສະເພາະພາກທຸລະກິດ ທາງລັດຖະບານຈະດຳເນີນມາດຕະການຂວໍ້າບາດ ໂດຍຈະຖືກຢຶດໃບອະນຸຍາດປະກອບທຸລະກິດ ຫຼື ບໍ່ໄດ້ຮັບການຂະຫຍາຍອາຍຸໃບປະກອບທຸລະກິດອີກເລີຍ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແລ່ງຂໍ້ມູນ ແລະ ຮູບປະກອບ: www.msn.com, prachachat.net