ເມື່ອວັນທີ 25 ທັນວາ 2018 ໂຄສົກປະຈຳຮອງນາຍົກລັດຖະມົນຕີເຜີຍວ່າ ຄະນະລັດຖະມົນຕີເຫັນດີຮ່າງກົດໝາຍວ່າດ້ວຍຄູ່ຊີວິດເພື່ອຍົກລະດັບການຄຸ້ມຄອງສິດທິມະນຸດ.
ການຜັກດັນກົດໝາຍຄູ່ຊີວິດຄັ້ງນີ້ມີສາລະສຳຄັນຂອງຮ່າງກົດໝາຍຄື ຜູ້ທີ່ຈົດທະບຽນໄດ້ຕ້ອງມີອາຍຸ 20 ປີຂຶ້ນໄປ, ຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງຝ່າຍຕ້ອງມີສັນຊາດໄທ ໂດຍຕ້ອງສົ່ງຄຳຮ້ອງ ແລະ ສະແດງຄວາມຍິນຍອມຕໍ່ເຈົ້າໜ້າທີ່ຝ່າຍເຮັດທະບຽນ; ສ່ວນຫຼັກເກນການສິ້ນສຸດທະບຽນແມ່ນກໍລະນີຄູ່ຊີວິດຕາຍຈາກກັນ, ສະໝັກໃຈຫຍ່າຮ້າງກັນ, ຫຼື ສານພິພາກສາເພີກຖອນການເປັນຄູ່ຊີວິດ.
ສ່ວນການກຳນົດຄວາມສຳພັນເລື່ອງຊັບສິນ ແລະ ມໍລະດົກ ໃຫ້ດຳເນີນຕາມກົດໝາຍແພ່ງ ແລະ ກົດໝາຍອາຍາ ມາບັງຄັບໃຊ້ໂດຍອະນຸໂລມໃນລັກສະນະຄ້າຍການຈົດທະບຽນສົມຣົດ, ແຕ່ຈະມີຂໍ້ແຕກຕ່າງໃນດ້ານສະຫວັດດີການຂອງພາກລັດເຊັ່ນ: ພະນັກງານລັດຈະມີສະຫວັດດີການຄຸ້ມຄອງຜົວເມຍນຳ, ອີກເລື່ອງແມ່ນສິດທິໃນການຫຼຸດຜ່ອນພາສີໃນກໍລະນີຜົວເມຍ, ສ່ວນເລື່ອງລູກບໍ່ຢູໃນກົດໝາຍ ແຕ່ຈະຄວບຄຸມໃນເລື່ອງລູກບຸນທຳ (ລູກລ້ຽງ) ເຊິ່ງສາມາດຮັບລ້ຽງລູກບຸນທຳໄດ້ ແລະ ມີກົດໝາຍຮອງຮັບຢູ່ແລ້ວ.
ຮ່າງກົດໝາຍສະບັບນີ້ແມ່ນຈະໄດ້ຮັບການຮັບຮອງໃຫ້ຜ່ານ ຫຼື ບໍ່ນັ້ນແມ່ນຕ້ອງໄດ້ພິຈາລະນາລຽງລຳດັບຕາມຄວາມເໝາະສົມອີກຄັ້ງ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod
ຮູບປະກອບ: board.postjung