ເມື່ອວັນທີ 23 ທັນວາ 2018 AFP ຂ່າວຈາກ ໂກລບອລນິວ ໄລ ອອັບ ມຽນມາ ສື່ທາງການຂອງມຽນມາລາຍງານວ່າ ເຈົ້າໜ້າທີ່ລັດຖະບານພົບສົບ ພົນທະຫານ ອອງ ຈໍ ເຣດ ໃນລັດຍະໄຂ່ ທາງຕອນເໜືອຂອງປະເທດໃກ້ພູ ຊາຍແດນບັງກາລາເທດ ສະພາບສົບຖືກຍິງຫຼາຍຈຸດທີ່ບໍລິເວນໜ້າ, ແຂນ ແລະ ຂາ ທ່າມກາງຄວາມເຄັ່ງຮ້ອນຈາກວິກິດໂຣຮິນຢາ ທີ່ອົບພະຍົບໜີຕາຍຈາກລັດຍະໄຂ່ ໄປປະເທດບັງກາລາເທດ.
ຕຳຫຼວດຄົນນີ້ຫາຍຕົວໄປໃນລະຫວ່າງປະຕິບັດໜ້າທີ່ ຕັ້ງແຕ່ວັນທີ 17 ທັນວາ 2018 ທີ່ຜ່ານມາ ຮ່າງຖືກພົບເມື່ອວັນທີ 19 ທັນວາ 2018 ຫຼັງເກີດເຫດດັກສຸ່ມໂຈມຕີຈາກຄົນຮ້າຍທີ່ທາງການຍັງບໍ່ຮູ້ວ່າເປັນກຸ່ມໃດໃນເມືອງໜ່ອງດໍ ເຊິ່ງເຫດສຸ່ມໂຈມຕີໄດ້ເກີດຂຶ້ນໃນວັນດຽວກັບຊາຍຊາວພຸດທະຊາດໃນລັດຍະໄຂ່ 2 ຄົນຫາຍຕົວໄປໃນຂະນະຊິດເບັດ ແລະ ຕໍ່ມາກໍ່ພົບສົບໃນສະພາບຖືກປາດຄໍ.
ກໍລະນີດັ່ງກ່າວເປັນເຫດໃຫ້ກອງທັບເປີດປະຕິບັດການກວາດລ້າງຂຶ້ນອີກຄັ້ງ ແຕ່ບໍ່ໄດ້ເຜີຍຕົວຜູ້ຕ້ອງສົງໃສ ແຕ່ເຈົ້າໜ້າທີ່ໄດ້ພົບຂຸມຫຼົບໄພໃກ້ຈຸດເກີດເຫດ ພົບປອກໃສ່ລູກປືນ ແລະ ຂະໜົມປັງກອບທີ່ຜະລິດໃນປະເທດບັງກາລາເທດ.
ກ່ອນໜ້ານີ້ ເມື່ອວັນທີ 21 ທັນວາ 2018 ກອງທັບມຽນມາໄດ້ປະກາດຈະຢຸດຕິການເຄື່ອນໄຫວທາງທະຫານທັງໝົດຊົ່ວຄາວໃນພາກຕະເວັນອອກ ແລະ ພາກເໜືອຂອງປະເທດ ເຊິ່ງຈະມີຜົນບັງຄັບໃຊ້ທັນທີຈົນເຖິງວັນທີ 30 ເມສາ 2019 ເພື່ອເຮັດໃຫ້ການເຈລະຈາເກີດຂຶ້ນໄດ້ ພ້ອມເສີມວ່າທັງສະຫງວນສິດທີ່ຈະຟື້ນຟູການຕໍ່ສູ້ຂຶ້ນໃໝ່ຫາກຈຳເປັນ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews, khaosod, thairath