ສຳນັກຂ່າວຕ່າງປະເທດລາຍງານສະຖານະການ ກໍລະນີມີມືມືດ ສົ່ງໂດຣນ 2 ລຳ ບິ່ນປ່ວນສະໜາມບິນ ແກຕວິດ ຊານນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 21 ທັນວາ 2018 ເຮັດໃຫ້ມີຖ້ຽວບິນກວ່າ 760 ຖ້ຽວຕ້ອງຍົກເລີກຕັ້ງແຕ່ຄືນຂອງວັນພຸດທີ 19 ທັນວາ 2018 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ໂດຍສານນັບແສນຄົນຕົກຄ້າງທີ່ສະໜາມບິນ.
ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດໄດ້ສົ່ງທະຫານຈຳນວນໜຶ່ງເຂົ້າໄປປະຈຳການຊົ່ວຄາວທີ່ສະໜາມ ບິນເພື່ອຊ່ວຍເຫຼືອຕຳຫຼວດໃນການປ້ອງກັນນ່ານຟ້າ ຈາກເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ບິນວົນວຽນຢູ່ເໜືອຣັນເວເປັນໄລຍະ ຢ່າງໜ້ອຍ 50 ຄັ້ງ ຕັ້ງແຕ່ວັນພຸດທີ່ຜ່ານມາ.
ດ້ານສຳນັກງານຕຳຫຼວດເຂດເກາະອັງກິດ ເຊິ່ງມີຂອບເຂດອຳນາດຄວບຄຸມສະໜາມບບິນ ກະຈາຍກຳລັງເຈົ້າໜ້າທີ່ປະຈຳການຫຼາຍຈຸດໃນຣັນເວ ເພື່ອສັງເກດການຄວາມເຄື່ອນໄຫວຂອງໂດຣນ ເບື້ອງຕົ້ນມີລາຍງານວ່າເຈົ້າໜ້າທີ່ອາດໃຊ້ມາດຕະການຂັ້ນເດັດຂາດດ້ວຍການຍິງໂດຣນຖິ້ມ ແຕ່ຕໍ່ມາເຈົ້າໜ້າທີ່ອອກມາປະຕິເສດໂດຍໃຫ້ເຫດຜົນດ້ານຄວາມປອດໄພຂອງປະຊາຊົນ ຢ່າງໃດກໍຕາມ ເຈົ້າໜ້າທີ່ຕັ້ງສົມມຸດຕິຖານວ່າ ສະຖານະການທີ່ເກີດຂຶ້ນບໍ່ໜ້າຈະເປັນການກໍ່ການຮ້າຍ ແຕ່ເປັນເຈດຕະນາສ້າງຄວາມປັ່ນປ່ວນໃນສະຖານທີ່ສາທາລະນະຫຼາຍກວ່າ.
ເຊິ່ງປັດຈຸບັນສະໜາມບິນແກຕວິດຊານ ນະຄອນຫຼວງລອນດອນ ໄດ້ເປີດໃຫ້ບໍລິການເປັນປົກກະຕິຕັ້ງແຕ່ວັນສຸກທີ 21 ທັນວາ 2018 ທີ່ຜ່ານມາ.
ຮຽບຮຽງຂ່າວ:ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: khaosod, dailynews, thairath