spot_img
Homeຂ່າວຕ່າງປະເທດສະຫະລັດຊັດດາວຄັ້ງທີ 3 ພາຍໃນປີດຽວ!

ສະຫະລັດຊັດດາວຄັ້ງທີ 3 ພາຍໃນປີດຽວ!

Published on

ເມື່ອວັນທີ 22 ທັນວາ 2018 CNN ລາຍງານສະຖານະການຊັດດາວ ຂອງໜ່ວຍງານລັດຖະບານສະຫະລັດອີກຄັ້ງ ຫຼັງຈາກວຸດທິສະພາລົງຄວາມເຫັນບໍ່ອະນຸມັດຮ່າງກົດໝາຍງົບປະມານຂອງ ປະທານາທິບໍດີ ໂດນັລ ທຣໍ້າ ເຊິ່ງຮວມເຖິງງົບປະມານໃນການກໍ່ສ້າງກຳແພງກັ້ນຊາຍແດນສະຫະລັດ-ເມັກຊິກ ທີ່ມີມູນຄ່າສູງເຖິງ 5.700 ລ້ານໂດລາ ສົ່ງຜົນໃຫ້ໜ່ວຍງານພາກລັດບາງສ່ວນຕ້ອງປິດລົງຕັ້ງແຕ່ຄໍ່າຄືນຂອງວັນທີ 22 ທັນວາ 2018 ຕາມເວລາທ້ອງຖິ່ນ. ນີ້ຖືເປັນຄັ້ງທຳອິດໃນຮອບ 40 ປີ ທີ່ສະຫະລັດມີການຊັດດາວ 3 ຄັ້ງໃນຊ່ວງເວລາພຽງປີດຽວ.

ສຳນັກຂ່າວກາຣ໌ດຽນລະບຸວ່າ ຜົນກະທົບຈາກການຊັດດາວຈະເຮັດໃຫ້ເຈົ້າໜ້າທີ່ໃນສັງກັດລັດຖະບານກາງປະມານ 800.000 ຄົນບໍ່ໄດ້ຮັບຄ່າຈ້າງ, ກວ່າ 380.000 ຄົນ ຕ້ອງຢຸດງານຊົ່ວຄາວ ແລະ ຈະມີເຈົ້າໜ້າທີ່ໃນໜ່ວຍງານສຳຄັນທີ່ຕ້ອງເຮັດວຽກໂດຍບໍ່ໄດ້ຮັບຄ່າຈ້າງໃນຊ່ວງເວລາຊັດດາວ ໄດ້ແກ່ເຈົ້າໜ້າທີ່ກວດສອບຂອງສຳນັກງານຄວາມປອດໄພດ້ານການຂົນສົ່ງແຫ່ງສະຫະລັດ, ເຈົ້າໜ້າທີ່ກວດສອບສ່ວນກາງ ແລະ ເຈົ້າໜ້າທີ່ລາດຕະເວນຊາຍແດນ.

ຂະນະທີ່ທ່ານ ທຣໍ້າ ກ່າວວ່າວຸດທິສະພາພັກຣີພັບບລິກັນບໍ່ສາມາດເຮັດຫຍັງໄດ້ “ຈະຮຽກວ່າການຊັດດາວຂອງເດໂມແຄຣດ ຫຼື ແມ່ນຫຍັງກໍ່ຕາມທີ່ພວກເຈົ້າເອີ້ນ ແຕ່ເຮົາບໍ່ຈຳເປັນຮັບຄວາມຊ່ວຍເຫຼືອຈາກພວກເຂົາ” ພ້ອມຮຽກຮ້ອງໃຫ້ທ່ານ ມິດຊ໌ ແມດຄອນເນລ ຜູ້ນຳພັກຣີພັບບລິກັນໃນວຸດທິສະພາ ໃຫ້ໃຊ້ມາດຕະການທີ່ຮຽກວ່າ “ທາງເລືອກລະເບີດນິວເຄຣຍ” ຄືອາໄສສຽງສ່ວນຫຼາຍແທນກຳນົດສຽງເຫັນດີທີ່ຕ້ອງມີຢ່າງໜ້ອຍ 60 ສຽງຂຶ້ນໄປ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: khaosod.co.th

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...