ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 21 ທັນວາ 2018 ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວລະດັບສູງຫຼາຍຄົນໃນລັດຖະບານສະຫະລັດ ເຜີຍແຜ່ຜ່ານສື່ໃຫຍ່ຫຼາຍແຫ່ງຮວມເຖິງ ເດິ ວໍຊິງຕັນ ໂພສ ແລະ ເດິ ນິວຢອກ ທາມ ວ່າກະຊວງປ້ອງກັນປະເທດສະຫະລັດ ກຳລັງຫາລືພາຍໃນ ເພື່ອຫຼຸດຈຳນວນທະຫານອາເມລິກາ ເຊິ່ງປະຈຳການຢູ່ອາຟະການິດສະຖານ “ປະມານເຄິ່ງໜຶ່ງ” ຫຼື ປະມານ 7.000 ຄົນ ຫາກເປັນຄວາມຈິງຈະຖືເປັນຈຸດປ່ຽນຄັ້ງສຳຄັນດ້ານນະໂຍບາຍທາງທະຫານຂອງສະຫະລັດ ທີ່ເຮັດສົງຄາມກັບກຸ່ມຕາລີບັນຍືດເຍື້ອມາດົນກວ່າ 17 ປີ.
ທັງນີ້, ໃນຄວາມເປັນຈິງປະທານາທິບໍດີ ໂດນັລ ທຣໍ້າ ຕ້ອງການຖອນທະຫານທັງໝົດອອກຈາກອາຟະການິດສະຖານດົນແລ້ວ ດ້ວຍເຫດຜົນເລື່ອງ “ຍັງເບິ່ງບໍ່ເຫັນໄຊຊະນະ” ເໜືອກຸ່ມຕາລີບັນ ແຕ່ສູນເສຍທະຫານໄປແລ້ວຫຼາຍກວ່າ 2.400 ຄົນ ແລະ ງົບປະມານຫຼາຍກວ່າ 900.000 ລ້ານໂດລາ.
ເຖິງຢ່າງໃດກໍ່ຕາມມີລາຍງານວ່າລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ຂໍໃຫ້ທຣໍ້າຮັກສາກຳລັງທະຫານ ແລະ ອາວຸດໄວ້ໃນອາຟະການິດສະຖານກ່ອນ ເພື່ອຮັກສາແຮງກົດດັນໃຫ້ກຸ່ມຕາລິບັນຍອມກັບມາຮ່ວມໂຕະເຈລະຈາສັນຕິພາບ.
ລາຍງານດັ່ງກ່າວໄດ້ຮັບການເຜີຍແຜ່ອອກມາພຽງບໍ່ພໍເທົ່າໃດຊົ່ວໂມງພາຍຫລັງ ພົນເອກ ແມດທິສປະກາດລາອອກຈາກຕຳແໜ່ງ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໂດຍຈະມີຜົນໝົດເດືອນກຸມພາ 2019.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th