ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 21 ທັນວາ 2018 ວ່າ ທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນກ່າວເມື່ອວັນພະຫັດ ຕໍ່ການທີ່ສະພາຜູ້ແທນ ແລະ ວຸດທິສະພາຂອງສະຫະລັດມີມະຕິສຽງສ່ວນຫຼາຍໃນການປະຊຸມ ອະນຸມັດກົດໝາຍວ່າດ້ວຍ “ການເຂົ້າສູ່ທິເບດ” ເຊິ່ງມີສາລະສຳຄັນຄືການໃຫ້ລັດຖະບານຈີນ “ເປີດປະຕູໃຫ້ກ້ວາງຂຶ້ນ” ສຳລັບນັກການທູດ ແລະ ຜູ້ປະກອບທຸລະກິດຂອງສະຫະລັດ ຈົນຮອດນັກທ່ອງທ່ຽວ ແລະ ນັກຂ່າວ ໃນການເດີນທາງເຂົ້າສູ່ເຂດປົກຄອງຕົນເອງ ທິເບດ ໂດຍລັດຖະບານສະຫະລັດຈະມີມາດຕະການຕອບໂຕ້ເປັນກໍລະນີບຸກຄົນ ຕໍ່ເຈົ້າໜ້າທີ່ຂອງຈີນຜູ້ທີ່ຕໍ່ຕ້ານ. ເລື່ອງນີ້ ຖືວ່າເປັນອີກຄັ້ງທີ່ສະຫະລັດສະແດງເຈດຕະນາມຸ່ງຮ້າຍຢ່າງໂຈ່ງແຈ້ງ ວ່າຕ້ອງການແຊກແຊງກິດຈະການພາຍໃນຂອງປະເທດອື່ນ.
ທັງນີ້, ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ລົງນາມຮັບຮອງກົດໝາຍດັ່ງກ່າວເພື່ອໃຫ້ມີຜົນບັງຄັບໃຊ້ໃນວັນທີ 19 ທັນວາ 2018 ທາງສະຖານທູດຈີນປະຈຳນະຄອນຫຼວງວໍຊິງຕັນໄດ້ຍື່ນໜັງສືຮຽກຮ້ອງໄປແລ້ວ.
ຂະນະທີ່ທ່ານ ລູ່ ໄດ້ກ່າວວ່າ ນັບແຕ່ປີ 2015 ຈົນຮອດປັດຈຸບັນ ມີຄົນອາເມລິກາປະມານ 40.000 ຄົນ ທັງນັກການເມືອງ, ນັກການທູດ, ນັກທ່ອງທ່ຽວ ແລະ ນັກຂ່າວ ມີໂອກາດຢຽມຢາມທິເບດ, ອີກຢ່າງໜຶ່ງຄືກົດໝາຍລັດຖະບານຈີນລະບຸຊັດເຈນວ່າ “ຊາວຕ່າງຊາດທຸກຄົນ” ຕ້ອງເຮັດໜັງສືເພື່ອຂໍຮັບພິຈາລະນາຈາກທາງການຈີນໃນການຢ້ຽມຢາມທິເບດ ເຊິ່ງສ່ວນຫຼາຍລັດຖະບານຈີນຈະອະນຸຍາດໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາເປັນກຸ່ມ ແລະ ເປີດໃຫ້ເຂົ້າເຖິງ “ພື້ນທີ່ອະນຸຍາດເທົ່ານັ້ນ”.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th