spot_img
Homeຂ່າວຕ່າງປະເທດພາຍຸໝາກເຫັບໃຫຍ່ເທົ່າລູກເທັນນິສຕົກທີ່ຊິດນີ

ພາຍຸໝາກເຫັບໃຫຍ່ເທົ່າລູກເທັນນິສຕົກທີ່ຊິດນີ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນະຄອນຊິດນີ ປະເທດອົດສະຕາລີ ພົບກັບພາຍຸໝາກເຫັບຄັ້ງໃຫຍ່ ເມື່ອວັນທີ 20 ທັນວາ 2018 ໂດຍໝາກເຫັບທີ່ຕົກລົງມາມີຂະໜາດໃຫຍ່ ບາງກ້ອນໃຫຍ່ເທົ່າໝາກເທັນນິສ ເຊິ່ງຖືວ່າເປັນພາຍຸໝາກເຫັບທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີ ຂອງນະຄອນຊິດນີ.

ຂ່າວລະບຸວ່າ ໝາກເຫັບຂະໜາດໃຫຍ່ທີ່ຕົກລົງມາເຮັດໃຫ້ລົດຫຼາຍຄັນໄດ້ຮັບຄວາມເສຍຫາຍ, ແວ່ນແກ້ວແຕກ ໂດຍມີການປະເມີນຄວາມເສຍຫາຍທີ່ໄດ້ຮັບແຈ້ງເຂົ້າມາ 15.000 ຄົນ ລວມມູນຄ່າເສຍຫາຍ 18 ລ້ານໂດລາ ແລະ ຄາດວ່າຈະມີຜູ້ແຈ້ງຄວາມເສຍຫາຍເຂົ້າມາເພີ່ມເຕີມ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon.co.th

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...