ເມື່ອວັນທີ 19 ທັນວາ 2018 ມີລາຍງານກະແສຄວາມນິຍົມ ປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳຣັດເຊຍ ໄວອາຍຸ 66 ປີ ໃນປະເທດຍີ່ປຸ່ນ ກໍາລັງໄດ້ຮັບຄວາມນິຍົມສູງ. ຜົນການສຳຫຼວດຈາກ ຮ້ານ ລອຟ (Loft) ຮ້ານຂາຍອຸປະກອນການຂຽນ ແລະ ເຄື່ອງໃຊ້ທົ່ວໄປຊື່ດັງຂອງຍີ່ປຸ່ນ ແລະ ເວັບໄຊອະເມຊອນ ເຈແປນ (Amazon Japan) ເປີດເຜີຍວ່າ ປະຕິທິນ 2019 ທີ່ມີຮູບຂອງຜູ້ນຳຣັດເຊຍໃນອະລິຍະ ບົດຕ່າງໆ ເປັນສິນຄ້າຂາຍດີອັນດັບໜຶ່ງ ແຊງໜ້າ ເຄອິ ທານາກະ ນັກສະແດງໜຸ່ມຊາວຍີ່ປຸ່ນ ແລະ ຍູຊູຣຸ ນັກສະເກັດນໍ້າແຂງ ສາຍາເຈົ້າຊາຍນໍ້າແຂງຂອງຍີ່ປຸ່ນ.
ດ້ານ ດຣ. ໂຣເບີດ ດູຈາຣ໌ຣິດ ສາດສະດາຈານ ສາຂາ ຄວາມສຳພັນລະຫວ່າງປະເທດ ມະຫາວິທະຍາໄລເທມເພິລ ໃນນະຄອນຫຼວງໂຕກຽວ ໄດ້ເຮັດການວິເຄາະກະແສຮືຮາດັ່ງກ່າວນີ້ວ່າ ປັດໃຈສ່ວນໜຶ່ງທີ່ແມ່ຍິງຍີ່ປຸ່ນມັກໃນຕົວຂອງປູຕິນນັ້ນ ອາດມາຈາກຮູບຮ່າງທີ່ເບິ່ງເປັນຊາຍກ້າຫານອົກສາມສອກຫຼາຍກວ່ານັກການເມືອງຊາຍສ່ວນໃຫຍ່ໃນຍີ່ປຸ່ນ.
ດຣ. ໂຣເບີດ ດູຈາຣ໌ຣິດ ກ່າວວ່າ “ເຂົາເບິ່ງແປກຕາ ເປັນຊາຍທີ່ມີພະລັງອຳນາດ ແລະ ຮ່າງກາຍບຶກບຶນແຕກຕ່າງຈາກນັກການເມືອງຄົນອື່ນໆທີ່ພົບເຫັນທົ່ວໄປ”.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th
ຮູບປະກອບ: news.livedoor