ດົມຖົງຕີນຫຼາຍຈົນປອດອັກເສບ

ບໍ່ເຊື່ອວ່າການຕິດນິໄສເລັກໆນ້ອຍໆໃນຊີວິດປະຈຳວັນຈະເຮັດໃຫ້ເກີດໂຣກໄພແບບບໍ່ຄາດຄິດ ຊາຍຊາວຈີນຄົນໜຶ່ງເຊິ່ງອາໃສຢູ່ໃນເມືອງຈາງໂຈ ມົນທົນຝູຈ້ຽນ ເຂົ້າໂຮງໝໍເພື່ອຮັກສາໂຣກປອດອັກເສບທົ່ວໄປ ແຕ່ອາການບໍ່ດີຂຶ້ນ ເມື່ອແພດເຈົ້າຂອງໄຂ້ສອບຖາມຄົນໄຂ້ເພີ່ມເຕີມຈິ່ງໄດ້ຮູ້ວ່າ ຄົນໄຂ້ມີນິໄສຢ່າງໜຶ່ງຄື “ມັກດົມຖົງຕີນກ່ອນນຳໄປຊັກ”

ນອກຈາກນີ້ຍັງມີສາເຫດອື່ນຮ່ວມນຳຄືຕ້ອງເບີ່ງແຍງເດັກນ້ອຍໃນເຮືອນ ເຮັດໃຫ້ພັກຜ່ອນບໍ່ພຽງພໍ ເຮັດໃຫ້ພູມຕ້ານທານໃນຮ່າງກາຍຕ່ຳລົງ ຈົນເຮັດໃຫ້ຕິດເຊື້ອຣາໃນປອດນັ້ນເອງ.

ການຕິດເຊື້ອຣາໃນປອດສ່ວນໃຫຍ່ເກີດຈາກການສູບດົມສະປໍເຂົ້າໄປໃນປອດ ເຊິ່ງສ່ວນໃຫຍ່ມີນົກກາງແກເປັນພາຫະນະ ແຕ່ປົກກະຕິແລ້ວຫາກພູມຕ້ານທານເປັນປົກກະຕິກໍ່ຈະບໍ່ຕິດເຊື້ອ ແຕ່ຜູ້ທີ່ມີພູມຕ້ານທານຕ່ຳ ຫຼື ຢູ່ໃນລະຫວ່າງຮັບເຄມີບຳບັດຈະມີຄວາມສ່ຽງຫຼາຍກວ່າ.

https://www.facebook.com/XinhuaNewsAgency.th/videos/353196051897997/

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ແຫຼ່ງຂໍ້ມູນ ແລະ ຮູບປະກອບ: sanook.com