ກຳປູເຈຍ ເປີດເຂື່ອນໃຫຍ່ທີ່ສຸດຂອງປະເທດ ໃກ້ເຂດຊາຍແດນລາວ

ສຳນັກຂ່າວເອເອຟພີ ລາຍງານຈາກແຂວງ ສະຕຶງແຕຣງ ປະເທດກຳປູເຈຍ ເມື່ອວັນທີ 17 ທັນວາ 2018 ວ່າ ‘ເຂື່ອນເຊຊານຕອນລຸ່ມ 2’ ໃນແຂວງ ສະຕຶງຕຣອງ ພາກເໜືອສຸດຂອງກຳປູເຈຍທີ່ຕິດກັບຊາຍແດນ ສປປ ລາວ ຂະໜາດ 400 ເມກະວັດ ມູນຄ່າການສ້າງ 780 ລ້ານໂດລາ (6.658.860 ລ້ານກີບ) ສ້າງກວມສາຂາແມ່ນໍ້າຂອງ ດ້ວຍເງິນສະໜັບສະໜູນຈາກລັດຖະບານຈີນ ເປັນໜຶ່ງໃນເຂື່ອນຫຼາຍແຫ່ງໃນກຳປູເຈຍ ທີ່ຖືກວິຈານຈາກກຸ່ມອະນຸລັກສິ່ງແວດລ້ອມວ່າ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ແລະ ປະລິມານສັດນໍ້າທີ່ເຫຼືອຢູ່ໃນແມ່ນໍ້າຂອງ.

ຈາກການປະເມີນຂອງກຸ່ມເຄື່ອນໄຫວຕໍ່ຕ້ານການກໍ່ສ້າງເຂື່ອນເຊຊານຕອນລຸ່ມ 2 ມີປະຊາຊົນປະມານ 5.000 ຄົນ ຖືກຍົກຍ້າຍທີ່ຢູ່ອາໄສ ແຕ່ສົມເດັດຮຸນເຊັນ ກ່າວໃນລະຫວ່າງພິທີເປີດເຂື່ອນຢ່າງເປັນທງການເມື່ອວັນຈັນວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບແມ່ນໄດ້ຮັບການຊົດເຊີຍຈາກລັດຖະບານ ເປັນເຮືອນ ແລະ ທີ່ດິນ “ປະຊາຊົນສ່ວນຫຼາຍແມ່ນສະໜັບສະໜູນໂຄງການນີ້ ມີພຽງຊາວບ້ານບາງສ່ວນທີ່ສ້າງສະຖານະການໃຫ້ຍາກລຳບາກ ເນື່ອງຈາກຖືກຍຸແຍ່ໂດຍຊາວຕ່າງຊາດບາງກຸ່ມ”.

ເຂື່ອນເຊຊານຕອນລຸ່ມ 2 ເປັນໂຄງການຮ່ວມມືລະຫວ່າງ ບໍລິສັດ ລໍຍັລ ກຣຸບ ຂອງກຳປູເຈຍ ເຊິ່ງຖືຫຸ້ນ 39% ກັບບໍລິສັດໄຮໂດຣລ້ານຊ້າງ ອິນເຕີເນຊັນແນລ ເອເນີຈີ ຂອງລັດຖະບານຈີນ (ຫຸ້ນ 51%) ແລະ ບໍລິສັດ ອີວີເອັນ ອິນເຕີເນຊັນແນລ ຂອງຫວຽດນາມ (ຫຸ້ນ 10%) ເຂື່ອນຈະຖືກສົ່ງມອບກຳມະສິດໃຫ້ລັດຖະບານກຳປູເຈຍ ຫຼັງດຳເນີນກິດຈະການຜ່ານໄປ 40 ປີ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ:​ dailynews.co.th