ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນທີ 11 ທັນວາ 2018 ວ່າ ສະຫະລັດອາເມລິກາໄດ້ສົ່ງລະຄັງສັກສິດ 3 ໜ່ວຍເຊິ່ງມີຄວາມສຳຄັນຕໍ່ “ປະຫວັດສາດການຕໍ່ສູ້ກູ້ຊາດ” ຂອງຊາວຟິລິບປິນ ຫຼັງຈາກຖືກສະຫະລັດຍຶດໄປດົນເຖິງ 117 ປີ ຄືນໃຫ້ກັບຟິລິບປິນ.
ຕາມບັນທຶກທາງປະຫວັດສາດຂອງຟິລິບປິນລະບຸວ່າ ການຕີລະຄັງ 1 ໃນ 3 ໜ່ວຍເປັນສັນຍານໃຫ້ຜູ້ຄົນຮ່ວມກັນຕໍ່ສູ້ກັບທະຫານອາເມລິກາ ເຊິ່ງໄລ່ສັງຫານປະຊາຊົນຫຼັງມີລາຍງານວ່າຕຳຫຼວດຜູ້ໜຶ່ງບຸກໄປຍາດອາວຸດຈາກທະຫານອາເມລິກາ “ດ້ວຍຄວາມຄຽດຊັງ ແລະ ບໍ່ຢ້ານກົວ” ຈາກການກົດຂີ່. ທັງນີ້ ຟິລິບປິນເປັນເອກະລາດຈາກສະຫະລັດເມື່ອປີ 1944 ພາຍຫຼັງຢູ່ໃຕ້ການປົກຄອງຂອງສະຫະລັດດົນເຖິງ 48 ປີ.
ລະຄັງສັກສິດ 3 ໜ່ວຍຕາມຄວາມເຊື່ອຂອງຊາວຟິລິບປິນຄື: ລະຄັງບາລັງກີກາ ເຊິ່ງຕັ້ງຢູ່ທີ່ໂບດປະຈຳເມືອງເທິງເກາະຊາມາຣ໌ ຢູ່ທາງຕອນກາງຂອງປະເທດ. ເຊິ່ງລັດຖະບານຟິລິບປິນທຸກຍຸກທຸກສະໄໝໄດ້ພະຍາຍາມຮຽກຮ້ອງທັງ 3 ໜ່ວຍກັບຄືນເນື່ອງຈາກຖືເປັນ “ສັນຍາລັກ” ແຫ່ງຄວາມກ້າຫານຂອງຊາວຟິລິບປິນ ຈົນຮອດສະໄໝປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຈິ່ງປະສົບຄວາມສຳເລັດໃນການຮ້ອງຂໍ ໂດຍກະຊວງປ້ອງກັນປະເທດສະຫະລັດຮັບຜິດຊອບການນຳລະຄັງທັງ 3 ໜ່ວຍມາສົ່ງໃຫ້.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th