spot_img
Homeຂ່າວຕ່າງປະເທດຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງປັກກິ່ງ, ປະເທດຈີນເມື່ອວັນທີ 9 ທັນວາ 2018 ວ່າ ກະຊວງການຕ່າງປະເທດຂອງຈີນໄດ້ເຊີນທ່ານເທີຣີ ແບຣນສະຕັດ ເອກອັກຄະຣາຊທູດສະຫະລັດອາເມລິກາປະຈຳນະຄອນຫຼວງປັກກິ່ງເຂົ້າພົບເພື່ອຍື່ນປະທ້ວງກໍລະນີທີ່ນາງ ເມິ່ງ ຫວ່ານໂຈວ ປະທານຄະນະ, ເຈົ້າໜ້າທີ່ບໍລິຫານດ້ານການເງິນ ແລະ ບັນຊີ (CFO) ຂອງບໍລິສັດ ຫົວເວີ່ຍ ເທັກໂນໂລຢີ ຈຳກັດ ແລະ ຍັງເປັນລູກສາວຂອງຜູ້ກໍ່ຕັ້ງບໍລິສັດຫົວເວີ່ຍ ຖືກຈັບຢູ່ໃນປະເທດການາດາ ເມື່ອວັນທີ 1 ທັນວາ 2018 ທີ່ຜ່ານມາ ແລະ ອາດຖືກສົ່ງຕົວໄປທີ່ສະຫະລັດອາເມລິກາໃນສະຖານະຜູ້ຮ້າຍຂ້າມແດນ ເພາະຖືກກ່າວຫາວ່າປົກປິດກໍລະນີບໍລິສັດຫົວເວີ່ຍກ່ຽວພັນກັບບໍລິສັດທີ່ພະຍາຍາມຂາຍອຸປະກອນເຄື່ອງມືໃຫ້ກັບອິຫຼ່ານ ເຖິງແມ່ນວ່າອິຫຼ່ານກຳລັງຖືກຂວໍ້າບາດຢູ່ໃນເວລານີ້ກໍ່ຕາມ.

ທ່ານ ລີ່ ຢູ່ເຊັງ ລັດຖະມົນຕີຊ່ວຍວ່າການຕ່າງປະເທດຂອງຈີນກ່າວກັບທ່ານ ເທີຣີ ແບຣນສະຕັດວ່າ ສະຫະລັດໄດ້ຍື່ນຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນຕໍ່ການາດາໃຫ້ດຳເນີນການຈັບຕົວ ນາງ ເມ່ງ ຂະນະທີ່ເດີນທາງຜ່ານເມືອງແວນຄູເວີຂອງການາດາ ການກະທຳຂອງສະຫະລັດເທົ່າກັບເປັນການລະເມີດຂໍ້ກົດໝາຍຢ່າງຮ້າຍແຮງຮວມເຖິງສິດອັນຊອບທຳຕາມກົດໝາຍຂອງພົນລະເມືອງຈີນ ແລະ ຖືວ່າເປັນອັນຕະລາຍຢ່າງຍິ່ງ.

ກ່ອນໜ້ານີ້ກະຊວງການຕ່າງປະເທດຈີນໄດ້ເຊີນເອກອັກຄະຣາຊທູດການາດາ ປະຈຳນະຄອນຫຼວງປັກກິ່ງເຂົ້າພົບ ເຊິ່ງລັດຖະມົນຕີຊ່ວຍວ່າການຕ່າງປະເທດຈີນກ່າວຢໍ້າອີກວ່າ ລັດຖະບານຈີນຂໍຮຽກຮ້ອງໃຫ້ສະຫະລັດໃຫ້ຄວາມສຳຄັນກັບຈີນ ແລະ ຖອນໝາຍຈັບດ້ວຍ ເຊິ່ງຈີນຈະຕອບໂຕ້ຫຼາຍກວ່ານີ້ໂດຍຂຶ້ນກັບການກະທຳຂອງສະຫະລັດ ສ່ວນທີ່ຈີນບອກກັບເອກອັກຄະຣາຊທູດການາດາຄື ຈະມີຜົນຕາມມາຢ່າງຮ້າຍແຮງຫາກການາດາບໍ່ຍອມປ່ອຍຕົວ ນາງ ເມິ່ງ ຫວ່ານໂຈວ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ແຫຼ່ງຂໍ້ມູນ: dailynews.co.th

ຮູບປະກອບ: mgronline.com

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...