spot_img
Homeຂ່າວທ້ອງຖິ່ນສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ

Published on

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່າງກົດໝາຍວ່າດ້ວຍຄົນພິການ ເພື່ອຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນ່ໃສ່ສ້າງໂອກາດໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ໂດຍຜ່ານການໂຄສະນາປູກຈິດສຳນຶກ ໄປຄຽງຄູ່ກັບການບັງຄັບໃຊ້ກົດໝາຍ ແລະ ເຮັດໃຫ້ຄົນພິການມີຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ.

ເມື່ອກົດໝາຍວ່າດ້ວຍຄົນພິການ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະມີພື້ນຖານທາງດ້ານນິຕິກໍາທີ່ເປັນບ່ອນອີງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຄົນພິການ ໂດຍສະເພາະ ຄວາມສະເໝີພາບ ແລະ ຄວາມເທົ່າທຽມຂອງຄົນພິການໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນສັງຄົມຫຼາຍຂຶ້ນ ເພື່ອໃຫ້ຄົນພິການມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ; ຄົນພິການໄດ້ຮັບການສົ່ງເສີມ, ພັດທະນາ ແລະ ສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານດ້ານຕ່າງໆ ເຊັ່ນ: ການປີ່ນປົວ-ຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ການມີວຽກເຮັດງານທຳທີ່ເໝາະສົມ ລວມທັງໄດ້ຮັບການສຶກສາໂດຍຜ່ານຂະ ບວນການຮຽນຮ່ວມໃນສະຖານການສຶກສາ ທັງພາກລັດ ແລະ ພາກເອກະຊົນ; ຄົນພິການມີການດໍາລົງຊີວິດຢ່າງເປັນເອກະລາດ, ສາມາດເຂົ້າເຖິງສະພາບແວດລ້ອມ ເປັນຕົ້ນ ພື້ນຖານໂຄງລ່າງ, ການຄົມມະນາຄົມ-ຂົນສົ່ງ, ຂໍ້ມູນ-ຂ່າວສານ, ການສື່ສານ, ເຕັກໂນໂລຊີ, ສິ່ງອໍານວຍຄວາມສະດວກ ແລະ ການບໍລິການຕ່າງໆ ທັງໃນຕົວເມືອງ ແລະ ຊົນນະບົດ; ລະບົບຂໍ້ມູນ ແລະ ສະຖິຕິກ່ຽວກັບຄົນພິການ ໄດ້ຮັບການພັດທະນາຢ່າງເປັນລະບົບ ໂດຍມີການແຍກປະເພດຄົນພິການ ຕາມເພດ-ໄວ ຢ່າງຄົບຖ້ວນ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...