spot_img
Homeຂ່າວຕ່າງປະເທດປີ 2019 ລັດຖະບານຍີ່ປຸ່ນອະນຸຍາດໃຫ້ແຮງງານຕ່າງຊາດຜູ້ບໍ່ມີທັກສະເຂົ້າເຮັດວຽກໃນປະເທດ

ປີ 2019 ລັດຖະບານຍີ່ປຸ່ນອະນຸຍາດໃຫ້ແຮງງານຕ່າງຊາດຜູ້ບໍ່ມີທັກສະເຂົ້າເຮັດວຽກໃນປະເທດ

Published on

ລັດຖະບານຍີ່ປຸ່ນກຽມລົງມະຕິເລື່ອງການສະເໜີກົດໝາຍທີ່ອະນຸຍາດໃຫ້ແຮງງານບໍ່ມີສີມື ຫຼື ບໍ່ມີທັກສະຈາກຕ່າງປະເທດເຂົ້າມາເຮັດວຽກໃນປະເທດຍີ່ປຸ່ນ ແລະ ມີໂອກາດໄດ້ສິດເປັນພົນລະເມືອງ ເພື່ອແກ້ໄຂບັນຫາອັດຕາການເກີດໜ້ອຍ ແລະ ປະເທດກຳລັງເຂົ້າສັງຄົມຜູ້ສູງອາຍຸ.

ທີ່ຜ່ານມາຍີ່ປຸ່ນບໍ່ອະນຸຍາດໃຫ້ແຮງງານທີ່ບໍ່ມີທັກສະຈາກຕ່າງຊາດເຂົ້າມາເຮັດວຽກໃນປະເທດ ແຕ່ຈາກປັດຈຸບັນປະເທດຍີ່ປຸ່ນກຳລັງເຂົ້າສູ່ສະພາບສັງຄົມຄົນສູງອາຍຸ ຂະນະທີ່ອັດຕາການເກີດແມ່ນໜ້ອຍລົງ ທຸລະກິດນ້ອຍເລີ່ມທະຍອຍປິດຕົວລົງເພາະຂາດແຮງງານ ຈິ່ງບໍ່ມີທາງເລືອກອື່ນນອກຈາກການເປີດໂອກາດໃຫ້ແຮງງານບໍ່ມີທັກສະຈາກຕ່າງປະເທດ ເຂົ້າມາເຮັດວຽກໃນຍີ່ປຸ່ນໄດ້.

ນັບຕັ້ງແຕ່ຕົ້ນເດືອນເມສາ 2019 ແຮງງານຕ່າງຊາດກວ່າ 300,000 ຄົນ ສາມາດເຂົ້າເຮັດວຽກໃນຍີ່ປຸ່ນໄດ້ເຊິ່ງວຽກກ່ຽວກັບ ການເຮັດກໍ່ສ້າງ, ການກະເສດ ແລະ ການດູແລຜູ້ສູງອາຍຸ. ເຊິ່ງກົດໝາຍໃໝ່ຈະສ້າງວີຊ່າອອກເປັນ 2 ປະເພດຄື: ແຮງງານຕ່າງຊາດໃນປະເທດທຳອິດຈະຢູ່ໃນຍີ່ປຸ່ນໄດ້ 5 ປີ ຫາກມີທັກສະສູງໃນລະດັບໜຶ່ງ ແລະ ພາສາຍີ່ປຸ່ນພໍໃຊ້ໄດ້ ສ່ວນວີຊ່າປະເພດ 2 ແຮງ ງານຈະມີທັກສະສູງກວ່າປະເພດທຳອິດ ແລະ ສຸດທ້າຍແມ່ນສາມາດຍື່ນຂໍສິດເປັນພົນລະເມືອງອາໃສຢູ່ໃນຍີ່ປຸ່ນຢ່າງຖາວອນໄດ້.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: news.ch7.comtoday.line.me

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...