spot_img
Homeຂ່າວຕ່າງປະເທດໄຟປ່າໄໝ້ລາມລັດກາລີຟໍເນຍ ເຈົ້າໜ້າທີ່ດັບເພີງ 5 ພັນຄົນ ຍັງຄວບຄຸມເພີງບໍ່ຢູ່!

ໄຟປ່າໄໝ້ລາມລັດກາລີຟໍເນຍ ເຈົ້າໜ້າທີ່ດັບເພີງ 5 ພັນຄົນ ຍັງຄວບຄຸມເພີງບໍ່ຢູ່!

Published on

 

ໄຟປ່າທາງຕອນເໜືອຂອງລັດກາລີຟໍເນຍ ຍັງຄົງລຸກໄໝ້ລາມຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ປະຊາຊົນເກືອບ 3 ພັນຄົນ

ຕ້ອງອົບພະຍົບໜີຕາຍອອກຈາກບ້ານເຮືອນຂອງຕົນ.

 

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ກັນຍານີ້ວ່າ ຈົນເຖິງເວລານີ້ ທາງການລັດກາລີຟໍເນຍຍັງບໍ່ອາດສະ

ຫລຸບໄດ້ຢ່າງຊັດເຈນວ່າ ມີພື້ນທີ່ປ່າໄມ້, ເຮືອນຊານ ແລະ ສິ່ງປຸກສ້າງອື່ນໆເສຍຫາຍໄປແລ້ວ ຫລາຍ ຫລື ໜ້ອຍ

ເທົ່າໃດ ໂດຍເຈົ້າໜ້າທີ່ດັບເພີງຈຳນວນຫລາຍກ່ວາ 5,000 ຄົນ ເຊິ່ງຖືກລະດົມມາຈາກທົ່ວສະຫະລັດ ກຳລັງເລັ່ງ

ມືແຂ່ງກັບເວລາ ແລະ ສະພາບອາກາດທີ່ຮ້ອນແຫ້ງ ອັນບໍ່ເອື້ອອຳນວຍໃຫ້ແກ່ການຄວບຄຸມໄຟປ່າດັ່ງກ່າວ.

 

ຈົນເຖິງຂະນະນີ້ ມີປະຊາຊົນປະມານ 100 ຄົນເທົ່ານັ້ນ ທີ່ໄດ້ຮັບອະນຸຍາດຈາກທາງການລັດກາລີຟໍເນຍ ໃຫ້ເດີນທາງ

ກັບໄປຍັງເຮືອນຂອງຕົນເອງໄດ້ ໂດຍໃນຂະນະທີ່ປະຊາຊົນເກືອບ 3,000 ຄົນ ຍັງຄົງຕ້ອງປະຕິບັດຕາມຄຳສັ່ງອົບ

ພະຍົບຢ່າງເຄັ່ງຄັດ ເພື່ອເຫດຜົນດ້ານຄວາມປອດໄພ.

 

APTOPIX California Wildfires

557000011224703

557000011224704

557000011224706

557000011224708

557000011224710

557000011224713

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)