spot_img
Homeຂ່າວພາຍ​ໃນລັດປັບຄັງເງິນແຮນ້ຳມັນລົງເພື່ອຮັກສາລາຄານ້ຳມັນບໍ່ໃຫ້ສູງຂຶ້ນ

ລັດປັບຄັງເງິນແຮນ້ຳມັນລົງເພື່ອຮັກສາລາຄານ້ຳມັນບໍ່ໃຫ້ສູງຂຶ້ນ

Published on

ວັນ​ທີ 26 ພະ­ຈິກ 2018 ຢູ່​ສະ­ພາ​ແຫ່ງ​ຊາດ ໃນກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ທ່ານ​ນາງ ເຂັມ​ມະ­ນີ ພົນ​ເສ­ນາ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ຊີ້​ແຈງ​ຕໍ່​ຂໍ້​ຊັກ​ຖາມ​ທີ່​ບັນ­ດາ ສສຊ ໄດ້​ຍົກ​ຂຶ້ນ​ໃນ​ກອງ​ປະ­ຊຸມ ໂດຍ​ສະ­ເພາະ​ການ​ຄຸ້ມ​ຄອງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ການ​ປັບ­ປຸງ​ໂຄງ​ສ້າງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ຕາມ​ມະ­ຕິ​ສະ­ພາ.

ນັບ​ແຕ່​ຕົ້ນ​ປີ 2018 ເປັນ­ຕົ້ນ​ມາ ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຕະ­ຫຼາດ​ໂລກ​ເວົ້າ​ລວມ ເວົ້າ​ສະ­ເພາະ ລາ­ຄາ​ນ້ຳ­ມັນ​ສຳ­ເລັດ​ຮູບ​ຕະ­ຫຼາດ​ສິງ­ກະ­ໂປ​ມີ​ການ​ເໜັງ​ຕີງ​ສູງ​ຂຶ້ນ ນອກ​ນີ້ ຍັງ​ໄດ້​ເພີ່ມ​ອາ­ກອນ​ຊົມ­ໃຊ້​ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ ເພື່ອ​ເຮັດ​ໃຫ້​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ພາຍ​ໃນ​ບໍ່​ສູງ​ເກີນ​ໄປ ລັດ­ຖະ­ບານ​ໄດ້​ໃຊ້​ມາດ​ຕະ­ການ​ດັດ­ສົມ​ຄື: ໄດ້​ປັບ​ຄັງ​ແຮ​ຈາກ 500 ກີບ​ຕໍ່​ລິດ ມາ​ເປັນ 300 ກີບ​ຕໍ່​ລິດ ແລະ ຫຼຸດ​ມາ​ເປັນ 100 ກີບ​ຕໍ່​ລິດ (ນ້ຳ­ມັນ​ແອັດ​ຊັງ​ພິ­ເສດ) 50 ກີບ​ຕໍ່​ລິດ (ນ້ຳ­ມັນ​ແອັດ​ຊັງ​ທຳ​ມະ​ດາ ແລະ ນ້ຳ­ມັນ​ກາ​ຊວນ) ຫຼື ໄດ້​ຫຼຸດ​ຄັງ​ແຮ​ລົງ 400-450 ກີບ​ຕໍ່​ລິດ ຄ່າ​ກວດ​ນັບ​ບໍ​ລິ​ມາດ​ນ້ຳ­ມັນ​ເຊື້ອ​ໄຟ​ໄດ້​ປັບ​ຈາກ 22 ກີບ​ຕໍ່​ລິດ ມາ​ເປັນ 12 ກີບ​ຕໍ່​ລິດ ສະ­ເພາະ​ນ້ຳ­ມັນ​ແອັດ​ຊັງ​ພິ­ເສດ 10 ກີບ​ຕໍ່​ລິດ ສະ­ເພາະ​ນ້ຳ­ມັນ​ແອັດ​ຊັງ​ທຳ​ມະ​ດາ ແລະ ນ້ຳ­ມັນ​ກາ​ຊວນ ປັດ­ຈຸ­ບັນ​ເກັບ 6 ກີບ​ຕໍ່​ລິດ ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ຊະ­ນິດ ຫຼື ຫຼຸດ​ລົງ 16 ກີບ​ຕໍ່​ລິດ ສ່ວນ​ຄ່າ​ກວດ​ຄຸນ­ນະ­ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ຈາກ 32 ກີບ​ຕໍ່​ລິດ ມາ​ເປັນ 16 ກີບ​ຕໍ່​ລິດ ມາ​ຮອດ​ເດືອນ​ພະ­ຈິກ 2018 ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຕະ­ຫຼາດ​ໂລກ​ເວົ້າ​ລວມ ເວົ້າ​ສະ­ເພາະ ລາ­ຄາ​ນ້ຳ­ມັນ​ສຳ­ເລັດ​ຮູບ​ຕະ­ຫຼາດ​ສິງ­ກະ­ໂປ​ມີ​ການ​ເໜັງ​ຕີງ​ຫຼຸດ​ລົງ ດັ່ງ­ນັ້ນ ວັນ​ທີ 9 ພະ­ຈິກ ແລະ ວັນ​ທີ 26 ພະ­ຈິກ 2018 ໄດ້​ປັບ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ ນອກ​ນີ້​ຍັງ​ໄດ້​ເພີ່ມ​ຄັງ​ແຮ​ນ້ຳ­ມັນ​ເຊື້ອ​ໄຟ​ແຕ່​ລະ​ຊະ­ນິດ​ຂຶ້ນ​ຕື່ມ 20 ກີບ​ຕໍ່​ລິດ ເຮັດ​ໃຫ້​ຕົ້ນ​ປີ 2018 ຮອດ​ປັດ­ຈຸ­ບັນ ໄດ້​ປັບ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ​ແລ້ວ 4 ຄັ້ງ ປັບ​ຂຶ້ນ 9 ຄັ້ງ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...