ລັດຄົ້ນຄວ້ານະໂຍບາຍພິເສດ! ຫຼຸດພາສີທີ່ດິນ ແລະ ຄ່າໄຟຟ້າໃນແຜນຟື້ນຟູໄພພິບັດ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ວັນທີ 28 ພະຈິກ 2018 ນີ້ ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ແຈງວ່າ ລັດຖະບານ ໄດ້ຄົ້ນຄວ້າ ແລະ ຮັບຮອງດ້ານຫລັກການ ແຜນຟື້ນຟູຫລັງໄພພິບັດ ໃນກອງປະຊຸມລັດຖະບານເປີດກວ້າງເດືອນກັນຍາ ຜ່ານມາ, ພ້ອມທັງຈະມີນະໂຍບາຍພິເສດຈຳນວນໜຶ່ງ ເພື່ອໜູນວຽກງານຟື້ນຟູຫລັງໄພພິບັດ ເປັນຕົ້ນແມ່ນ ຈະມີນະໂຍບາຍພິເສດ ເພື່ອຫລຸດຜ່ອນພາສີທີ່ດິນ ແລະ ຄ່າໄຟຟ້າ ແກ່ເຂດທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ, ຈັດສັນງົບປະມານລົງທຶນຂອງລັດ ຈຳນວນ 500 ຕື້ກີບ ເພື່ອເປັນທຶນຟື້ນຟູພື້ນຖານໂຄງລ່າງ ແລະ ຊຸກຍູ້ການຜະລິດກະສິກຳ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ສຳລັບປີ 2019; ຈະໃຫ້ບູລິມະສິດແກ່ໂຄງການພັດທະນາ ທີ່ຈະຈັດຕັ້ງປະຕິບັດຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອລະດົມການຊ່ວຍເຫລືອຈາກກອງປະຊຸມໂຕະມົນ ທີ່ຈະມີຂຶ້ນໃນວັນທີ 4-5 ທັນວາ 2018 ແລະ ຈະສືບຕໍ່ຈັດສັນເຂດການຜະລິດ ແລະ ກໍ່ ສ້າງເຮືອນພັກຊົ່ວຄາວ ແລະ ເຮືອນຢູ່ຖາວອນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ໃນປີ 2018 ນິີ້, ຫລາຍແຂວງໃນຂອບເຂດທົ່ວປະເທດ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດຢ່າງໜັກໜ່ວງ ແລະ ສົ່ງຜົນກະທົບໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ; ຈາກການເກັບກຳຂໍ້ມູນຜົນກະທົບແມ່ນກວມເອົາ 124 ເມືອງ, ລວມມູນຄ່າເສຍຫາຍ 3.166 ຕື້ກວ່າກີບ. ເຫດການໄພພິບັດໃນປີນີ້, ຂະແໜງທີ່ເສຍຫາຍຫລາຍກວ່າໝູ່ແມ່ນ ໂຍທາທິການ ແລະ ຂົນສົ່ງ ມີເຖິງ 1.607 ຕື້ກວ່າກີບ, ຮອງລົງມາແມ່ນ ຂະແໜງກະສິກຳ ແລະ ປ່າໄມ້ ຈຳນວນ 1.227 ຕື້ກວ່າກີບ ແລະ ໂຍທາທາງນໍ້າ(ກັນເຈື່ອນ ແລະ ປະຕູນໍ້າ) ຈຳນວນ 166 ຕື້ກວ່າກີບ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ຂ່າວສານປະເທດລາວ