spot_img
Homeຂ່າວຕ່າງປະເທດຜູ້ນຳຝຣັ່ງຢໍ້າບໍ່ຍົກເລີກແຜນຂຶ້ນລາຄານໍ້າມັນ ອ້າງ "ເພື່ອຮັກສາສິ່ງແວດລ້ອມ"

ຜູ້ນຳຝຣັ່ງຢໍ້າບໍ່ຍົກເລີກແຜນຂຶ້ນລາຄານໍ້າມັນ ອ້າງ “ເພື່ອຮັກສາສິ່ງແວດລ້ອມ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມືອວັນທີ 28 ພະຈິກ 2018 ວ່າ ປະທານາທິບໍດີ ເອມມານູເອລ ມາຄົງ ຖະແຫຼງຜ່ານໂທລະພາບແຫ່ງຊາດ ເມື່ອວັນອັງຄານວ່າ “ເຂົາເຄົາລົບສິດຂອງປະຊາຊົນໃນການປະທ້ວງເພື່ອສະແດງຄວາມບໍ່ພໍໃຈຕໍ່ນະໂຍບາຍຂອງລັດຖະບານ ແລະ ມີຄວາມເຂົ້າໃຈເປັນຢ່າງດີຕໍ່ຄວາມຮູ້ສຶກບໍ່ພໍໃຈຢ່າງໜັກຂອງປະຊາຊົນ ທີ່ມີຕໍ່ມາດຕະການປັບເພີ່ມລາຄານໍ້າມັນ”

ປັດຈຸບັນລາຄາເກັບພາສີແກ໊ສ ແລະ ນໍ້າມັນກາຊວນເພີ່ມເປັນ 2,9 ຍູໂຣຕໍ່ລິດ (ປະມານ 28.295,30 ກີບ/ລິດ) ແລະ ລາຄານ້ຳມັນແອັດຊັງຢູ່ທີ່ 6,5 ຢູໂຣ/ລິດ (ປະມານ 63.420,50 ກີບ/ລິດ) ນີ້ຄືການປັບລາຄານໍ້າມັນຂຶ້ນສູງສຸດໃນຮອບ 18 ປີ ໂດຍເພີ່ມຂຶ້ນຈາກອັດຕາປົກກະຕິໃນຮອບ 12 ເດືອນທີ່ຜ່ານມາເຖິງ 23% ແລະ ລັດຖະບານຍັງກຽມໃຊ້ອັດຕາໃໝ່ໃນວັນທີ 1 ມັງກອນ 2018 ເຊິ່ງມັນໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຄຸນນະພາບຊີວິດຂອງປະຊາຊົນ.

ຢ່າງໃດກໍ່ຕາມ, ຜູ້ນຳຝຣັ່ງກ່າວວ່າເຂົາຈະບໍ່ມີທາງເປັນຝ່າຍ “ຍິນຍອມຕາມຄວາມປະສົງ” ຂອງກຸ່ມຄົນ “ເປັນສ່ວນໜ້ອຍ” ໃຊ້ວິທີກໍ່ຄວາມຮຸນແຮງ ແລະ ຄວາມບໍ່ສະຫງົບເພື່ອຮຽກຮ້ອງຄວາມສົນໃຈໃຫ້ລັດຖະບານຍອມປະຕິບັດຕາມເງື່ອນໄຂຂອງຕົວເອງ ແຕ່ເພື່ອຜົນປະໂຫຍດ ແລະ ຄວາມພໍໃຈຂອງປະຊາຊົນສ່ວນໃຫຍ່ ມາຄົງສະເໜີ “ແຜນຍຸດທະສາດ” ໄລຍະ 3 ເດືອນທີ່ຮວມເຖິງການເຈລະຈາກັບທຸກພາກສ່ວນເພື່ອເຮັດແຜນປະຕິຮູບພຶດຕິກຳການໃຊ້ພະລັງງານຂອງປະເທດຈາກການໃຊ້ພະລັງງານຖ່ານຫີນ ໃຫ້ມີຄວາມເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...