spot_img
Homeຂ່າວທ້ອງຖິ່ນກວດພົບຢາແຊ່ສົບ ໃນອາຫານທະເລ ທີ່ຈຳປາສັກ

ກວດພົບຢາແຊ່ສົບ ໃນອາຫານທະເລ ທີ່ຈຳປາສັກ

Published on

ໃນອາທິດນີ້, ໄດ້ລົງເຄື່ອນໄຫວກວດກາຕົວຈິງຢູ່ຕະຫຼາດໃໝ່ປາກເຊ ເມືອງປາກເຊ ແຂວງຈໍາປາສັກ ເພື່ອກວດກາຫາສານປົນເປື້ອນໃນອາຫານ ໂດຍສະເພາະປະເພດອາຫານສົດແຊ່ແຂງ ໄດ້ກວດພົບສານເຄມີຕ້ອງຫ້າມ ປະເພດສານ ປົນເປື້ອນ ຟໍມາລີນ (Formalin) ເຊິ່ງເປັນສານທີ່ມັກໃຊ້ກັບການແຊ່ສົບ ໃນໜວດປາມຶກສົດ(ໜວດປາມຶກໃຫຍ່). ພ້ອມນັ້ນຍັງກວດພົບສິນຄ້າປະເພດອາຫານສົດ ທີ່ໝົດຄຸນນະພາບ, ໝົດອາຍຸ ແລະ ກວດພົບສິນຄ້າທີ່ບໍ່ໄດ້ມາດຕະຖານອີກຈໍານວນໜື່ງ.

ະນະກຳມະການປົກປ້ອງຜູ້ຊົມໃຊ້ຂັ້ນແຂວງຈິ່ງຝາກເຕືອນໃຫ້ຜູ້ທີ່ມັກບໍລິໂພກອາຫານ ແຊ່ແຂງ ປະເພດອາຫານທະເລ, ເຄື່ອງໃນສັດ ແລະ ອາຫານເຄິ່ງສໍາເລັດຮູບ ເວລາຈະຊື້ອາຫານປະເພດດັ່ງກ່າວໄປບໍລິໂພກຈົ່ງສັງເກດເບິ່ງສະຫຼາກວັນ ເດືອນ ປີ ທີ່ຜະລິດ ແລະ ວັນ ເດືອນປີໝົດອາຍຸ, ສະຫຼາກບອກທີ່ມາຂອງສິນຄ້າ ລວມທັງການເກັບຮັກສາ, ການແຊ່ແຂງໃຫ້ຖືກຕ້ອງຕາມມາດຕະຖານ ແລະ ສັງເກດເບິ່ງການຫຸ້ມຫໍ່ໃຫ້ດີຕື່ມອີກ, ທັງນີ້ກໍ່ເພື່ອຄວາມປອດໄພດ້ານສຸຂະພາບແກ່ຜູ້ບໍລິໂພກ

ພາບແລະຂ່າວ: ທຸນທອງໃຈ ພົມມະສຸກ ແລະ ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...