spot_img
Homeຂ່າວທ້ອງຖິ່ນພັນທະບັດລັດຖະບານ 1.000 ຕື້ກີບ ຈະຖືກຈຳໜ່າຍຕົ້ນເດືອນທັນວານີ້

ພັນທະບັດລັດຖະບານ 1.000 ຕື້ກີບ ຈະຖືກຈຳໜ່າຍຕົ້ນເດືອນທັນວານີ້

Published on

ເມື່ອວັນທີ 13 ພະຈິກ 2018 ທີ່ຜ່ານມາ ກະ­ຊວງ​ການ​ເງິນ ກັບ ​ບໍ­ລິ­ສັດ ຫຼັກ​ຊັບລ້ານ​ຊ້າງ​ມະ­ຫາ­ຊົນ, ບໍ­ລິ­ສັດ ຫຼັກ​ຊັບ ທຄຕລ-ກທ ແລະ ບໍ­ລິ­ສັດ ຫຼັກ​ຊັບ​ລາວ-ຈີນ ຈຳ­ກັດ ໄດ້ຈັດພິ­ທີ​ເຊັນ​ສັນ­ຍາ​ແຕ່ງ­ຕັ້ງ​ທີ່​ປຶກ­ສາ​ດ້ານ​ການ​ເງິນ ແລະ ຕົວ​ແທນ​ຈຳ­ໜ່າຍ​ພັນ­ທະ­ບັດ​ລັດ­ຖະ­ບານ ໂດຍ​ມີ​ ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ, ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທ່ານ​ນາງ ວັດ­ທະ­ນາ ດາ­ລາ​ລອຍ ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານແຫ່ງ ລັດ 5 ປີ (2016 – 2020) ໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້, ເນື່ອງ​ຈາກ​ແຫຼ່ງ​ລາຍ​ຮັບ​ງົບ­ປະ­ມານ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ທາງ​ດ້ານ​ລາຍ​ຈ່າຍ ລັດ­ຖະ­ບານ​ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ຊອກ​ຫາ​ແຫຼ່ງ​ທຶນ​ມາ​ດຸ່ນ​ດ່ຽງ​ງົບ­ປະ­ມານ​ແຫ່ງ​ລັດ​ໃນ​ແຕ່​ລະ​ປີ ດ້ວຍ​ການ​ລະ­ດົມ​ທຶນ​ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໂດຍ​ກະ­ຊວງ​ການ​ເງິນ ໃນ​ນາມ​ເປັນ​ເສ­ນາ​ທິ​ການ​ໃຫ້​ລັດ­ຖະ­ບານ ແລະ ຄຸ້ມ​ຄອງ​ມະ­ຫາ​ພາກ​ກ່ຽວ​ກັບ​ວຽກ​ງານ​ການ​ເງິນ ໄດ້​ເລັ່ງ​ເຫັນ​ຄວາມ​ສຳ­ຄັນ​ວຽກ​ງານ​ດັ່ງ­ກ່າວ ຈຶ່ງ​ມີ​ຈຸດ­ປະ­ສົງ​ອອກ​ຈຳ­ໜ່າຍ​ພັນ­ທະ­ບັດ​ລັດ­ຖະ­ບານ ໂດຍ​ຜ່ານ​ຕະ­ຫຼາດ​ຫຼັກ​ຊັບ​ລາວ ເຊິ່ງ​ການ​ອອກ​ຈຳ­ໜ່າຍ​ພັນ­ທະ­ບັດ​ລັດ­ຖະ­ບານ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ຕ້ອງ­ການ​ບໍ­ລິ­ສັດ​ທີ່​ປຶກ­ສາ​ທາງ​ດ້ານ​ການ​ເງິນ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ໃຫ້​ສຳ­ເລັດ​ຜົນ.

ສຳລັບການອອກພັນທະບັດລັດຖະບານ ຖືວ່າເປັນໂຄງການຕົ້ນແບບໃນການນຳເອົາພັນທະບັດລັດຖະບານມາຈຳ ໜ່າຍຜ່ານລະບົບຊື້-ຂາຍໃນຕະຫຼາດຫຼັກຊັບລາວຄັ້ງທຳອິດ ຊຶ່ງຜູ້ລົງທຶນທົ່ວໄປທັງພາຍໃນ ແລະ ຕ່າງປະເທດສາມາດຈັບຈອງຖືຄອງໄດ້ ແລະ ກໍສາມາດແລກປ່ຽນຊື້-ຂາຍໃນຕະຫຼາດຫຼັກຊັບລາວ ຊຶ່ງມູນຄ່າການອອກຈຳໜ່າຍພັນທະບັດລັດຖະບານໃນຄັ້ງນີ້ ມີທັງໝົດປະມານ 1.000 ຕື້ກີບ (ໜຶ່ງພັນຕື້ກີບ) ຄາດວ່າຈະເລີ່ມອອກຈຳໜ່າຍໃນຕົ້ນເດືອນທັນວາ ປີ 2018 ແລະ ຫາກຜູ້ລົງທຶນໃດມີຄວາມປະສົງກໍສາມາດຈັບຈອງໄດ້ທີ່ 3 ບໍລິສັດດັ່ງກ່າວ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ໜັງສືພິມປະຊາຊົນ, ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...