ກະຊວງປ້ອງກັນປະເທດສະຫະລັດ ປະກາດເມື່ອວັນທີ 15 ພະຈິກ 2018 ວ່າ ໄດ້ເຊັນສັນຍາມູນຄ່າ 22.700 ລ້ານໂດລາ ຈ້າງບໍລິສັດ ລ໊ອດຮິດ ມາຣ໌ຕິນ ເຊິ່ງເປັນບໍລິສັດຜູ້ຜະລິດເຮືອບິນລາຍໃຫຍ່ຂອງສະຫະລັດ ເພື່ອຜະລິດເຮືອບິນຮົບລໍ້າຍຸກ F-35 ອີກ 255 ລຳ ແລະ ໃນວັນດຽວກັນ ຍັງປະກາດສັ່ງຊື້ ເຮລິຄັອບເຕີຮຸ້ນ MS-60r ຈຳນວນ 8 ລຳ ຈາກລ໊ອດຮິດ ມາຣຸຕິນ ລວມມູນຄ່າ 682 ລ້ານໂດລາ.
ຖະແຫຼງການຂອງກະຊວງປ້ອງກັນປະເທດ (ເພນຕາກອນ) ກ່າວວ່າ ເຮືອບິນຮົບ F-35 ທີ່ຈ້າງຜະລິດໃນຊຸດໃໝ່ 106 ລຳ ຈະຈັດສັນໃຫ້ກອງທັບບົກ F-35A, ຈັດສັນໃຫ້ກອງທັບອາກາດ F-35B ຈຳນວນ 64 ລໍາ, ນາວິກໂຍທິນ ແລະ F-35C ຈຳນວນ 26 ລຳ, ໃຫ້ກອງທັບເຮືອ 16 ລຳ; ສ່ວນທີ່ເຫຼືອຈະຂາຍໃຫ້ລູກຄ້າຕ່າງປະເທດ.
ລ໊ອດຮິດ ມາຣ໌ຕິນ ຜູ້ຜະລິດອາວຸດໃຫ້ເພນຕາກອນລາຍໃຫຍ່ ຈະໄດ້ຮັບເງິນມັດຈຳລ່ວງໜ້າ 6.000 ລ້ານໂດລາ, ການຜະລິດ ແລະ ສົ່ງມອບກຳນົດໃຫ້ແລ້ວສຳເລັດພາຍໃນເດືອນ ມີນາ 2023. ການຜະລິດເກືອບທັງໝົດຈະຢູ່ໃນສະຫະລັດ ແຕ່ບາງສ່ວນຈະຢູ່ໃນຫຼາຍປະເທດ ລວມເຖິງອັງກິດ ແລະ ອິຕາລີ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th