spot_img
Homeຂ່າວທ້ອງຖິ່ນຂໍ້ເສຍປຽບ ຊີມັງກັບລາວກັບຊີມັງຕ່າງປະເທດ

ຂໍ້ເສຍປຽບ ຊີມັງກັບລາວກັບຊີມັງຕ່າງປະເທດ

Published on

ຫຼັງຈາກ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງຢູດຕິການອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ ໂດຍລະບຸໃຫ້ບັນດາແຂວງທົ່ວປະເທດນຳເຂົ້າ-ສົ່ງອອກ ດ້ວຍການແຈ້ງພາສີຢູ່ດ່ານໄດ້ເລີຍ ແຕ່ຕ້ອງແມ່ນດ່ານສາກົນເທົ່ານັ້ນ ໂດຍມີຜົນປະຕິບັດໃນຕົ້ນປີ 2019 ເປັນຕົ້ນໄປ ເຖິງແມ່ນວ່າຍັງບໍ່ໄດ້ເລີ່ມປະຕິບັດ ແຕ່ກຸ່ມຜູ້ຜະລິດພາຍໃນໄດ້ສະແດງຄວາມເປັນຫ່ວງຕໍ່ກັບບັນຫາຕະຫຼາດຊີມັງໃນລາວ ເນື່ອງຈາກ, ໃນເວລານັ້ນຊີມັງຂອງຕ່າງປະເທດທີ່ມີສັກກະຍະພາບເໜືອກວ່າຈະຫຼັ່ງໄຫຼເຂົ້າມາ ແລະ ສ້າງຄວາມຫຍຸ້ງຍາກເພີ່ມທະວີຄູນ ທັງທີ່ໂຮງງານພາຍໃນກໍແຂ່ງຂັນກັນເລື່ອງຕະຫຼາດຂ້ອນຂ້າງດຸເດືອດຢູ່ແລ້ວ ໂດຍການຫຼຸດລາຄາລົງຕໍ່າເກີນຈິງທຽບໃສ່ຕົ້ນທຶນ.

ທ່ານ ວັນທອງ ສິດທິກຸນ ປະທານກູ່ມຜູ້ຜະລິດຊີມັງລາວ ສະແດງທັດສະນະຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມວ່າ: ຕະຫຼາດຊີມັງລາວເຮົາຍັງນ້ອຍ ທັງມີການຈຳກັດຄວາມຕ້ອງການ ເຊິ່ງໃນທົ່ວປະເທດຕ້ອງການ 4 ລ້ານໂຕນ/ປີ ແຕ່ກຳລັງການຜະລິດ 8 ລ້ານໂຕນ/ປີ. ບັນດາໂຮງງານຂອງລາວເຮົາໄດ້ຍາດສ່ວນແບ່ງຕະຫຼາດພາຍໃນແຂ່ງຂັນກັນຫຼຸດລາຄາເກີນຄວາມເປັນຈິງ ທຽບໃສ່ຕົ້ນທຶນການຜະລິດ ບໍ່ສາມາດຄວບຄຸມໄດ້ ອາດເຮັດໃຫ້ໂຮງງານຂະຫຼາດນ້ອຍ-ກາງລົ້ມລະລາຍ ຫຼື ຢຸດຕິການຜະລິດກໍເປັນໄປໄດ້.

ໃນກໍລະນີຈະສົ່ງຊີມັງອອກໄປຕະຫຼາດຕ່າງປະເທດຍັງພົບບັນຫາຫຼາຍ ເພາະຊີມັງປະເທດເພື່ອນບ້ານອ້ອມຂ້າງເຮົາກໍເກີດສະພາບລົ້ມລະລາຍເຊັ່ນກັນ ແຕ່ສິນຄ້າຂອງເຂົາແຂງແຮງກວ່າເຮົາຫຼາຍ ເປັນຕົ້ນເຕັກໂນໂລຊີ-ກຳລັງການຜະລິດ, ດ້ານການບໍລິການ ແລະ ຕົ້ນທຶນການຜະລິດ ແລ້ວລາຄາສົ່ງກໍຕໍ່າກວ່າເຮົາຫຼາຍ ພ້ອມກັນນັ້ນ, ປະເທດເພື່ອນບ້ານກໍມີນະໂຍບາຍປົກປ້ອງອຸດສາຫະກຳພາຍໃນທີ່ເໝາະສົມ ແລະ ບໍ່ຂັດກັບ WTO ກໍຄືກົນໄກການຄ້າເສລີອາຊຽນ  ເຊິ່ງທັງໝົດນີ້ແມ່ນຄວາມເສຍປຽບຂອງຊີມັງລາວ ທ່ານ ວັນທອງ ສິດທິກຸນ ກ່າວ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮຸບພາບຈາກ: laocement.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...