ບິລເກດກັບ “ວິດຖ່າຍແຫ່ງອານາຄົດ” ບໍ່ໃຊ້ນ້ຳ ບໍ່ໃຊ້ທໍ່ລະບາຍ ປ່ຽນອາຈົມກາຍເປັນປຸ໋ຍ

ຄັ້ງທຳອິດທີ່ມູນນິທິຂອງ ບິລເກດ ເຂົ້າຮ່ວມງານວາງສະແດງ ແລະ ປະຊຸມກ່ຽວກັບນະວັດຕະກຳດ້ານສຸຂະພັນ ທີ່ປະເທດຈີນ ໂດຍໄດ້ເປີດຕົວ ຫົວວິດແບບກົດ (ຊັກໂຄກ) ທີ່ບໍ່ຕ້ອງໃຊ້ນ້ຳ ແລະ ທໍ່ລະບາຍໃດໆ ແຕ່ໃຊ້ສານເຄມີປ່ຽນອາຈົມມະນຸດໃຫ້ກາຍເປັນປຸ໋ຍ

ເມື່ອວັນທີ 6 ພະຈິກ 2018ທີ່ຜ່ານມາໃນງານ “Reinvented Toilet Expo” ທີ່ນະຄອນຫຼວງປັກກິ່ງ, ປະເທດຈີນ ທ່ານ ບິລເກດ ຜູ້ກໍ່ຕັ້ງໄມໂຄຣຊອຟ ໄດ້ສ້າງຄວາມປະຫຼາດໃຈໃຫ້ບັນດາຜູ້ເຂົ້າຮ່ວມງານ ໂດຍບິລເກດ ໄດ້ນຳຂວດແກ້ວທີ່ພາຍໃນບັນອາຈົມຜ່ານການຍ່ອຍສະຫຼາຍແລ້ວ ທັງລະບຸວ່າເປັນໜຶ່ງໃນນະວັດຕະກຳໃໝ່ທີ່ຮຽກວ່າ “ວິດຖ່າຍແຫ່ງອານາຄົດ”  ເຊິ່ງເປັນນະວັດຕະກຳທີ່ມູນນິທິບິລ ແລະ ເມລິນດາ ເກດ ໃຫ້ການສະໜັບສະໜູນດ້ວຍງົບປະມານສູງເຖິງ 200 ລ້ານໂດລາ.

ລາຍງານລະບຸວ່າ ກົນໄກຫຼັກຂອງນະວັດຕະກຳວິດຖ່າຍຂອງທ່ານ ບິລເກດ ຈະໃຊ້ສານເຄມີໃນການແຍກຂອງເສຍໃນການຂັບຖ່າຍທີ່ເປັນຂອງແຂງ ແລະ ຂອງເຫຼວອອກຈາກກັນ ຫຼັງຈາກນັ້ນຈະໃຊ້ຂະບວນການທີ່ເປັນມິດກັບສິ່ງແວດລ້ອມແປສະພາບໃຫ້ກາຍເປັນປຸ໋ຍອິນຊີແທນ ເຊິ່ງສາມາດຍ່ອຍສະລາຍໄດ້ຕາມທຳມະຊາດ.

ທ່ານ ບິລເກດຍັງໄດ້ຍົກຕົວຢ່າງສະຖິຕິການເສຍຊີວິດຂອງເດັກນ້ອຍທີ່ເກີດໃນປະເທດທີ່ມີລະບົບສຸຂະອານາໄມທີ່ບໍ່ຖືກສຸຂະລັກສະນະຫຼາຍກວ່າປີລະ 5 ແສນຄົນ ເຊິ່ງອົງກອນຂອງບິລເກດໄດ້ຮ່ວມມືກັບນານາຊາດໃນການຊ່ວຍເຫຼືອປະເທດທີ່ທຸກຍາກທີ່ມີອັດຕາການເຕີບໂຕທາງເສດຖະກິດ ແລະ ປະຊາກອນຫຼາຍຢ່າງ ອິນເດຍ, ປາກິສຖານ ແລະ ບັງກາລາເທດ ໃນການຈັດການດ້ານສຸຂະອານາໄມຢ່າງເໝາະສົມ ນອກຈາກນີ້ທ່ານ ບິລເກດ ຍັງເບິ່ງຕະຫຼາດທີ່ກ່ຽວກັບລະບົບສຸຂະອະນາໄມຈະເຕີບໂຕຂຶ້ນຫຼາຍໃນປີ 2030 ເນື່ອງຈາກການເພີ່ມຂຶ້ນຂອງປະຊາກອນໂລກ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: posttodaylearningenglish.voanews.com