spot_img
Homeການບິນລາວມຸມມອງຂອງຜູ້ບໍລິຫານການບິນລາວຄົນໃໝ່ ທ່ານ ບຸນມາ ຈັນທະວົງສາ

ມຸມມອງຂອງຜູ້ບໍລິຫານການບິນລາວຄົນໃໝ່ ທ່ານ ບຸນມາ ຈັນທະວົງສາ

Published on

ວາລະສານຈໍາເມືອງລາວໄດ້ເຂົ້າສຳພາດ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການຂອງລັດວິສາຫະກິດການບິນລາວຄົນໃໝ່ ກ່ຽວກັບທິດທາງຂອງທ່ານກ່ຽວກັບການພັດທະນາສາຍການບິນລາວ.

 

ຢາກໃຫ້ທ່ານເລົ່າປະຫວັດຄວາມເປັນມາຂອງທ່ານໃຫ້ຟັງແນ່?

ຂ້າພະເຈົ້າສັງກັດຢູ່ການບິນແຕ່ເລີ່ມເຂົ້າຮຽນວິຊາຊີບ ຮັບໃຊ້ທະຫານອາກາດ ແຕ່ປີ 1972, ໃນໄລຍະນັ້ນ, ກໍຖືກສົ່ງໄປຮຽນຕໍ່ຢູ່ອະດີດສະຫະພາບໂຊວຽດທາງດ້ານວິສະວະກຳ ແລະ ກັບມາຮັບໃຊ້ທະຫານອາກາດ;ຈົນເຖິງທ້າຍປີ 2001 ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ມາຮັບຜິດຊອບບໍລິສັດນ້ອຍໆແຫ່ງໜື່ງທີ່ລົ້ມລະລາຍແລ້ວ ຊື່ບໍລິສັດ ອາກາດລາວ (ແອຣ໌ລາວ) ເຊິ່ງເຄື່ອນໄຫວມາໄລຍະໜຶ່ງ ແຕ່ບໍ່ປະສົບຜົນສຳເລັດ, ຂ້າພະເຈົ້າໄດ້ດຳເນີນການພັດທະນາຈົນກາຍມາເປັນບໍລິສັດ ລາວເດີນອາກາດ ໃນປະຈຸບັນ.

 

ທ່ານເຮັດວຽກກ່ຽວກັບການບິນມາດົນປານໃດແລ້ວ?

ຂ້າພະເຈົ້າໃຊ້ຊີວິດກັບການບິນມາຕະຫຼອດໄລຍະ 40 ປີແລ້ວ.

 

ທ່ານຄິດວ່າຈະນໍາພາການບິນລາວໄປໃນທິດທາງໃດໃນອະນາຄົດ?

ໃນຖານະທີ່ເປັນສາຍການບິນແຫ່ງຊາດ ຂ້າພະເຈົ້າຈະສືບຕໍ່ພາລະກິດຂອງການບິນລາວຕໍ່ໄປ ຮັບໃຊ້ສັງຄົມທັງພາຍໃນປະເທດ ແລະ ຕ່າງປະເທດໃຫ້ກາຍເປັນສາຍການບິນຄົບສູດ ທີ່ມີເອກະລັກຂອງຄວາມເປັນລາວ ແລະ ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບສາຍການບິນອື່ນໆໄດ້ ນັ້ນຄືເປົ້າໝາຍຂອງຂ້າພະເຈົ້າ.

 

ທ່ານນາຍົກເປັນຄົນມອບຕໍາແໜ່ງນີ້ໃຫ້ທ່ານເອງເລີຍບໍ?

ຖືກຕ້ອງແລ້ວຂ້າພະເຈົ້າຖືກທາບທາມມາກ່ອນໜ້ານີ້ເກືອບປີແລ້ວ ແຕ່ວ່າງຽບໄປ ບໍ່ມີຄວາມແນ່ນອນວ່າຈະໄດ້ມາຮັບຕໍາແໜ່ງແທ້ ຫຼື ບໍ່. ທ່ານນາຍົກມີຂໍ້ຕົກລົງອອກມາໃນວັນທີ 14/09/2018 ແລະ ມີພິທີເຊັນຮັບຕໍາແໜ່ງໃນວັນຈັນ ວັນທີ 24/09/2018 ເຮັດໃຫ້ຂ້າພະເຈົ້າຕັ້ງຕົວບໍ່ທັນ ແລະ ຕື່ນເຕັ້ນທີ່ສຸດເພາະວ່າໜ້າທີ່ປະທານຂອງສາຍການບິນລາວກໍເປັນໜ້າທີ່ໃຫຍ່ ແລະ ທ້າທາຍຫຼາຍ.

 

ທ່ານມີການວາງແຜນປະຕິບັດງານໃນປະຈຸບັນແນວໃດ?

ຈະຕ້ອງສືກສາຫາສາເຫດທີ່ແທ້ຈິງຂອງບັນຫາທີ່ມີຢູ່ໃນປະຈຸບັນເຊິ່ງບັນຫາຕົ້ນຕໍແມ່ນວິກິດທາງການເງິນ.ເພື່ອແກ້ໄຂບັນຫາດັ່ງກ່າວຈຶ່ງຫາວິທີຫຼຸດລາຍຈ່າຍລົງ ແລະ ເພີ່ມລາຍຮັບຂຶ້ນ, ເນັ້ນປະສິດທິພາບຂອງບຸກຄະລາກອນ, ການຈັດຕັ້ງພາຍໃນ ແລະ ລະບົບການບໍລິຫານລາຍຈ່າຍ. ສ່ວນລາຍຮັບ ແມ່ນຈະແກ້ໄຂຂອດການບໍລິການໃຫ້ມີຄຸນນະພາບດີກວ່າເກົ່າເຮັດແນວໃດໃຫ້ສາຍການບິນຢູ່ໃນໃຈຂອງຜູ້ໂດຍສານ, ຫັນຄູ່ແຂ່ງມາເປັນຄູ່ຮ່ວມມື ແລະ ຫັນວິກິດໃຫ້ເປັນໂອກາດ ໂດຍຊອກຫາຄູ່ຮ່ວມມື ແລະ ຊອກຜູ້ສະໜັບສະໜູນໃນທຸກດ້ານ.

 

ທ່ານຄິດວ່າຈຸດແຂງຂອງການບິນລາວນີ້ແມ່ນມີແນວໃດແນ່?

ຂ້າພະເຈົ້າຄິດວ່າ ຄວາມສາມາດຂອງການບິນລາວນີ້ມີຄວາມສາມາດບົ່ມຊ້ອນພາຍໃນຫຼາຍເຊັ່ນ: ມີພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການຫຼາຍ, ມີພາຫະນະທີ່ທັນສະໄໝ ແລະ ມີລະບົບ, ມີເສັ້ນບິນ, ມີມາດຕະຖານຄວາມປອດໄພລະດັບສາກົນ. ນອກນັ້ນຄົນລາວເຮົາມີເອກະລັກ ເຮົາມີຮອຍຍິ້ມທີ່ໜ້າຮັກ ສະນັ້ນ ຂ້າພະເຈົ້າຈິ່ງຄິດວ່າຈະດຶງເອົາຄວາມສາມາດນີ້ມານໍາໃຊ້ຢ່າງເຕັມທີ່ຈິ່ງຢາກຂໍໃຫ້ສັງຄົມຊ່ວຍໃນການໃຫ້ຄໍາເຫັນວ່າຢາກເຫັນສາຍການບິນລາວນີ້ແບບໃດ ແລະ ຈະເອົາຈຸດນັ້ນມາປັບປຸງ.

 

ໃນນາມສ່ວນຕົວ ຕາມເສັ້ນທາງທີ່ການມີລາວບິນໄປເຖິງ ສະຖານທີ່ໃດທີ່ທ່ານມັກໄປຢ້ຽມຢາມຫຼາຍທີ່ສຸດ?

ຂ້າພະເຈົ້າມັກຊຽງຂວາງເພາະເປັນບ້ານເກີດຂອງຂ້າພະເຈົ້າ ເວົ້າຄວາມຈິງວ່າຊຽງຂວາງຍັງເປັນແຂວງທີ່ຍັງບໍ່ມີການທ່ອງທ່ຽວ ແຕ່ໃນທັດສະນະຂອງຂ້າພະເຈົ້າຄິດວ່າ ຊຽງຂວາງນີ້ມີສະຖານທີ່ທ່ອງທ່ຽວຫຼາຍ ອາດຈະຫຼາຍກວ່າຫຼວງພະບາງດ້ວຍຊໍ້າ ແຕ່ວ່າຈຸດດຶງດູດການທ່ອງທ່ຽວຍັງບໍ່ໄດ້ຂຸດຄົ້ນອອກມາ ຍັງບໍ່ໄດ້ມີການໂຄສະນາ. ຊຽງຂວາງມີຈຸດເດັ່ນໜຶ່ງ ແມ່ນອາກາດດີ, ທຳມະຊາດສວຍງາມ,ມິວັດທະນະທຳທີ່ເປັນເອກະລັກຂອງຊຽງຂວາງ, ເປັນແຫຼ່ງປະຫວັດສາດ, ມີຫຼາກຫຼາຍຊົນເຜົ່າ ແລະ ອາຫານແຊບ ມີໃຫ້ເລືອກຫຼາກຫຼາຍ  ສະນັ້ນການທ່ອງທ່ຽວນີ້ມີຄົບທຸກດ້ານ. ແຕ່ຖ້າເວົ້າເລື່ອງເສັ້ນທາງຕ່າງປະເທດກໍຍັງບໍ່ມີບ່ອນໃດທີ່ຂ້າພະເຈົ້າມັກເປັນພິເສດ. ແຕ່ວ່າ, ຖ້າເລືອກໄປທ່ຽວ ມັກໄປທ່ຽວທະເລຫຼາຍກວ່າ.

 

ຕໍ່ກັບຂໍ້ຕົກລົງຂອງລັດຖະບານລາວ ແລະ ຍີ່ປຸ່ນ ທີ່ມີຮ່ວມກັນວ່າຈະເປີດເສັ້ນບິນ ວັດໄຕ-ນາລີຕະ ແມ່ນມີຄວາມເປັນໄປໄດ້ບໍ?

ຂ້າພະເຈົ້າຄິດວ່າຈະສືບຕໍ່ຄົ້ນຄວ້າ ແລະ ສຶກສາຄວາມເປັນໄປໄດ້ຂອງການເປີດເສັ້ນບິນຈາກວຽງຈັນໄປຍີ່ປຸ່ນ ແລະ ອາດເປັນໄປໄດ້ວ່າຈະບິນຈາກ ວຽງຈັນ ໄປເມືອງ ຟຸກຸໂອກະກ່ອນ. ສ່ວນວຽງຈັນ-ນາຣິຕະ ອາດຈະເປັນໄລຍະຕໍ່ໄປ. ນອກນັ້ນ, ຄິດວ່າຈະວາງແຜນເສັ້ນບິນໄປປະເທດໃກ້ຄຽງກໍຄື ໄຕ້ຫວັນ, ຮົງກົງ ແລະ ເພີ່ມເສັ້ນບິນໃນຈີນແຜ່ນດິນໃຫຍ່, ຈະສືບຕໍ່ຮັກສາບັນດາເສັ້ນບິນຂອງການບິນລາວທີ່ມີຢູ່ໃນປະຈຸບັນ.

 

ທ່ານຄິດວ່າໃນອະນາຄົດຈະໄດ້ມີການຮ່ວມງານລະຫວ່າງສາຍການບິນລາວເດີນອາກາດ ແລະ ການບິນລາວຫຼາຍຂຶ້ນບໍ່?

ນີ້ເປັນຄໍາຖາມທີ່ດີຫຼາຍ ທັງສອງສາຍການບິນນີ້ເປັນລັດວິສາຫະກິດ ເປັນບໍລິສັດຂອງລັດທັງສອງ; ສະນັ້ນຂ້າພະເຈົ້າຄິດວ່າ ຈະໃຫ້ສອງບໍລິສັດນີ້ຈັບມືກັນ ແບ່ງຂົງເຂດຮັບໃຊ້ ເພາະວ່າຈຸດພິເສດຂອງລາວເດີນອາກາດ ກໍມີພາລະກິດຕ່າງຫາກ  ແລະ ໃນໃກ້ໆນີ້ຂ້າພະເຈົ້າຈະຈັດກອງປະຊຸມລະຫວ່າງສອງບໍລິສັດ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັນໃນອະນາຄົດ.

 

 

ແຫຼ່ງຂໍ້ມູນ: ວາລະສານຈໍາປາເມືອງລາວ ສະບັບເດືອນ ພະຈິກ-ຕຸລາ 2018

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...