spot_img
Homeຂ່າວຕ່າງປະເທດLion Air ເຜີຍສາເຫດເຮືອບິນໂບອິ້ງ 737 Max8 ຕົກທະເລມີບັນຫາທີ່ມາດຕາວັດຄວາມໄວ

Lion Air ເຜີຍສາເຫດເຮືອບິນໂບອິ້ງ 737 Max8 ຕົກທະເລມີບັນຫາທີ່ມາດຕາວັດຄວາມໄວ

Published on

ລັດຖະບານອິນໂດເນເຊຍເຜີຍຫຼັກຖານຈາກກ່ອງດຳຂອງເຮືອບິນໂດຍສານ Lion Air ທີ່ຕົກລົງທະເລຊວາ ເຮັດໃຫ້ມີຜູ້ເສຍຊີວິດຍົກລຳ 189 ຄົນ ເມື່ອທ້າຍເດືອນຕຸລາ 2018 ວ່າພົບບັນຫາທີ່ມາດຕາວັດຄວາມໄວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຈາກາຣ໌ຕາ ປະເທດອິນໂດເນເຊຍ ເມື່ອວັນທີ 6 ພະຈິກ 2018ວ່າ ປະທານຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດຂອງອິນໂດເນເຊຍ ຖະແຫຼງການໃນວັນຈັນ ກ່ຽວກັບຄວາມຄືບໜ້າໃນການກວດສອບກ່ອງດຳກ່ອງທຳອິດຂອງເຮືອບິນໂດຍສານການບິນ Lion Air ເຮືອບິນໂບອິ້ງ 737 Max8 ຖ້ຽວບິນ JT610  ທີ່ຕົກໃນທະເລຊວາ ເມື່ອວັນທີ 19 ຕຸລາ 2018 ທີ່ຜ່ານມາ ຫຼັງຈາກຜູ້ຊ່ຽວຊານດາວໂຫລດຂໍ້ມູນເບື້ອງຕົ້ນຈາກກ່ອງດຳ ກໍ່ສາມາດຮູ້ສາເຫດຍ້ອນເຮືອບິນພົບບັນຫາມາດຕາວັດຄວາມໄວ.

ຈາກຜົນຂອງການວິເຄາະຊິ້ນສ່ວນຂອງເຮືອບິນທີ່ເກັບກູ້ໄດ້ ຊີ້ໃຫ້ຮູ້ວ່າ ເຮືອບິນໂບອິ້ງ 737 Max8 ຖ້ຽວບິນ JT610  ບໍ່ໄດ້ລະເບີດກາງອາກາດ ແຕ່ຕົກກະແທກກັບຜິວນ້ຳ “ດ້ວຍຄວາມໄວສູງ” ແລ້ວຈິ່ງຈົມລົງສູ່ກົ້ນທະເລ ດ້ານ Lion Air ແລະ ບໍລິສັດໂບອິ້ງຂອງສະຫະລັດເຊິ່ງມີຜູ້ຜະລິດເຮືອບິນຮຸ່ນນີ້ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ ແຕ່ເຄທີເອທີ ໄດ້ແຈ້ງຂໍ້ມູນໄປທີ່ສຳນັກງານໃຫຍ່ຂອງໂບອິ້ງທີ່ເມືອງຊິຄາໂກ ແລະ ຄະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດຂອງສະຫະລັດໃຫ້ຊາບແລ້ວ.

ຢ່າງໃດກໍ່ຕາມໃນຕອນນີ້ ເຄທີເອທີ ຍັງບໍ່ສາມາດສະຫຼຸບສາເຫດການຕົກຂອງຖ້ຽວບິນ JT610  ໄດ້ຢ່າງເປັນທາງການ ເນື່ອງຈາກຍັງບໍ່ພົບກ່ອງດຳທີ່ຍັງເຫຼືອອີກໜຶ່ງກ່ອງ ເຊິ່ງເປັນກ່ອງບັນທຶກສຽງພາຍໃນຫ້ອງນັກບິນ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...