spot_img
Homeຂ່າວທ້ອງຖິ່ນລາວ-ຈີນເຮັດການຄ້ານ້ຳມັນຮ່ວມກັນຄັ້ງທຳອິດ! ນ້ຳມັນກາຊວນກວ່າ 64 ຕັນ ຖືກສົ່ງມາລາວຮຽບຮ້ອຍ

ລາວ-ຈີນເຮັດການຄ້ານ້ຳມັນຮ່ວມກັນຄັ້ງທຳອິດ! ນ້ຳມັນກາຊວນກວ່າ 64 ຕັນ ຖືກສົ່ງມາລາວຮຽບຮ້ອຍ

Published on

ເວັບໄຊສ໌ຂ່າວ ຊິນຫົວ ລາຍງານເມື່ອວັນທີ 31 ຕຸລາ 2018 ວ່າ ຢູ່ທີ່ດ່ານຊາຍແດນລາວ-ຈີນ, ເມືອງບໍ່ແຕນ ບໍລິສັດ  PetroChina ຂອງຈີນ ໄດ້ສົ່ງມອບນ້ຳມັນກາຊວນກວ່າ 64 ຕັນ ໃຫ້ແກ່ບໍລິສັດລາວ ຖືເປັນຄັ້ງທຳອິດທີ່ຈີນສົ່ງອອກນ້ຳມັນຣີໄຟນ໌ (Refined Oil) ສູ່ຕະຫຼາດລາວ.

ບໍລິສັດ PetroChina International (Yunnan) Co. Ltd ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດ PetroChina Group ໄດ້ທຳການສຶກສາຄົ້ນຄວ້າ ແລະ ກະກຽມມາເປັນເວລາ 2 ປີ ນັບຕັ້ງແຕ່ປີ 2016. ໂດຍມີເປົ້າໝາຍໃນການຂະຫຍາຍສິນຄ້າປິໂຕຣລຽມອອກສູ່ອາຊີຕາເວັນອອກສຽງໃຕ້ ແລະ ເພື່ອເປັນການຊອກຫາເສັ້ນທາງໃໝ່ສູ່ຕະຫຼາດ ບໍລິສັດ PetroChina ພ້ອມດ້ວຍຄູ່ຮ່ວມຍຸດທະສາດລາວ ໄດ້ມີການສຶກສາຄົ້ນຄວ້າ ບໍ່ວ່າຈະເປັນເລື່ອງຄວາມຕ້ອງການຂອງຕະຫຼາດ, ການເຂົ້າເຖິງຕະຫຼາດ, ຂັ້ນຕອນລະບຽບການພາສີ, ການຂົນສົ່ງ ແລະ ອື່ນໆ.

ໃນທີ່ສຸດນ້ຳມັນຖັງທຳອິດຂອງຈີນບັນທຸກໃສ່ລົດຈາກຂຸນໝິງ, ແຂວງຢຸນໜານ ກໍ່ໄດ້ອອກເດີນທາງໃນໄລຍະທາງກວ່າ 700 ກິໂລແມັດ ສູ່ຈຸດນຳເຂົ້າທີ່ດ່ານບໍ່ແຕນ ເຂດຊາຍແດນລາວ-ຈີນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອກວ່າ 370 ກິໂລແມັດ.

ທ່ານ ຈິນດາສັກ ຍົດໝັ້ນຄົງ, ອຳນວຍການບໍລິສັດ Nationwide Trading Petroleum Public Company (NTP) ບໍລິສັດລາວຜູ້ນຳເຂົ້ານ້ຳມັນຈາກຈີນ ໄດ້ກ່າວກັບສຳນັກຂ່າວ Xinhua ໃນວັນພຸດທີ່ຜ່ານມາວ່າ ຜົນສຳເລັດນີ້ ເປັນຂີດໝາຍອັນສຳຄັນ ເພາະເຮັດໃຫ້ປະເທດລາວມີເສັ້ນທາງ ແລະ ແຫຼ່ງນຳເຂົ້າປິໂຕຣລຽມເພີ່ມຂຶ້ນອີກແຫ່ງ, ແຕ່ກ່ອນປະເທດລາວນຳເຂົ້າສິນຄ້າປິໂຕຣລຽມຈາກ ຫຼື ຜ່ານໄທ ແລະ ຫວຽດນາມເປັນສ່ວນໃຫຍ່.

“ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ທີ່ໄດ້ມີສ່ວນຮ່ວມໃນວຽກງານຍຸດທະສາດການພັດທະນາປະເທດຊາດ ໃນການຜັນປ່ຽນປະເທດລາວ ຈາກການເປັນປະເທດບໍ່ມີທາງອອກສູ່ທະເລ (ຫຼື Landlocked) ມາເປັນປະເທດເຊື່ອມຕໍ່ທາງບົກ (Land-linked) ແລະ ໂຄງການ Belt and Road Initiative” ທ່ານ ຈິນດາສັກ ກ່າວ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ ແລະ ຮູບປະກອບ: xinhuanetchinadaily

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...