spot_img
Homeຂ່າວທ້ອງຖິ່ນຕົວເລກຊີ້ວັດຄອບຄົວທຸກຍາກໃນ ສປປ ລາວ ຫຼຸດລົງທຸກປີ

ຕົວເລກຊີ້ວັດຄອບຄົວທຸກຍາກໃນ ສປປ ລາວ ຫຼຸດລົງທຸກປີ

Published on

ເມື່ອວັນທີ 26 ຕຸລາ 2018 ທີ່ຜ່ານມາ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະເມີນຄືນກ່ຽວກັບການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຕິດພັນກັບການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາ.

ບັນຫາການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດເປັນບັນຫາທີ່ພັກ-ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຫຼຸດລົງເປັນກ້າວໆ ໂດຍໄດ້ຮ່ວມກັບພະນັກງານລົງກໍ່ສ້າງຮາກຖານພັດທະນາຊົນນະບົດເປັນຕົ້ນ ວຽກງານສາມສ້າງຜ່ານການຈັດຕັ້ງປະຕິບັດແຕ່ປີ 2000 ເປັນຕົ້ນມາ ໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງໃຫ້ເຫັນໄດ້ຈາກອັດຕາຄວາມທຸກຍາກໄດ້ຫຼຸດລົງຕໍ່ເນື່ອງຄື:

  • ປີ 2011 ຄອບຄົວທຸກຍາກມີ 198,678 ຄອບຄົວ
  • ປີ 2015 ຄອບຄົວທຸກຍາກມີ 76,604 ຄອບຄົວ
  • ປີ 2017 ຄອບຄົວທຸກຍາກມີ 64,593 ຄອບຄົວ

ນອກນີ້, ຕົວຊີ້ວັດທາງສັງຄົມອື່ນໆກໍ່ມີຄວາມຄືບໜ້າເປັນຕົ້ນ ຫຼາຍຄອບຄົວມີບ່ອນຢູ່ອາໄສ ແລະ ມີສຸຂະອະນາໄມດີຂຶ້ນ ເປັນເຈົ້າຂອງຊັບສິນຫຼາຍຂຶ້ນ ສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານໄດ້ດີກວ່າເກົ່າ ຫຼາຍຕົວຊີ້ວັດບອກໃນ MDG ສາ­ມາດ​ບັນ­ລຸ​ຄາດ­ໝາຍ ຄື: ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ ແລະ ອັດ­ຕາ​ການ​ຕາຍ​ຂອງ​ເດັກ​ອາ­ຍຸ​ຕໍ່າກວ່າ 1 ປີ ດັດຊະ​ນີ​ພັດ­ທະ­ນາ​ມະ­ນຸດ​ຂອງ ສປປ ລາວ ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ​ຈາກ 0,473 ໃນ​ປີ 2000 ເປັນ 0,586 ໃນ​ປີ 2015 ທະ­ນາ­ຄານ​ໂລກ ໄດ້​ເລື່ອນ​ຖາ­ນະ​ຂອງ​ປະ­ເທດ​ລາວ​ຂຶ້ນ ຈາກ​ປະ­ເທດ​ລາຍ​ຮັບ​ຕໍ່າ ເປັນ​ປະ­ເທດ​ລາຍ​ຮັບ​ປານ​ກາງ ໃນ​ປີ 2011.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ສຸມ​ໃສ່​ປຶກ­ສາ​ຫາ­ລື​ບັນ­ຫາ​ດັ່ງ­ກ່າວ ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ຂົງ­ເຂດ​ວຽກ​ງານ​ຕົນ ແຕ່​ລະ​ທ້ອງ­ຖິ່ນ​ໃຫ້​ໄດ້​ຮັບ​ຜົນ­ສຳ­ເລັດ ເຮັດ​ໃຫ້​ອັດ­ຕາ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ທົ່ວ​ປະ­ເທດ​ຮອດ​ປີ 2020 ໃຫ້​ຫຼຸດ​ລົງ​ຍັງ​ເຫຼືອ 10% ເພື່ອ​ນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ທີ່​ພັກ-ລັດ​ວາງ​ໄວ້. ດັ່ງ­ນັ້ນ, ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ເປັນ​ບັນ­ຫາ​ສຳ­ຄັນ ເປັນ​ໜ້າ­ທີ່​ຂອງ​ທຸກ​ພາກ­ສ່ວນ ແລະ ສັງ­ຄົມ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່
ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...