spot_img
Homeຂ່າວທ້ອງຖິ່ນຄ່າເຊົ່າສະຖານທີ່ແພງ! ຄ່າຝາກລົດໃນງານບຸນຊ່ວງເຮືອຈິ່ງເກັບໃນລາຄາຕາມແຈ້ງການບໍ່ໄດ້

ຄ່າເຊົ່າສະຖານທີ່ແພງ! ຄ່າຝາກລົດໃນງານບຸນຊ່ວງເຮືອຈິ່ງເກັບໃນລາຄາຕາມແຈ້ງການບໍ່ໄດ້

Published on

ສືບເນື່ອງຈາກກໍລະນີທີ່ເກີດມີກະແສໃນໂລກອອນໄລນ໌ກ່ຽວກັບວ່າ: “ມີແມ່ຄ້າບາງຈຳນວນໄດ້ສວຍໂອກາດຂາຍສິນຄ້າ ແລະ ຄ່າບໍລິການຝາກລົດແພງເກີນຄວາມເປັນຈິງ” ເຊິ່ງທາງລາວໂພສໄດ້ນຳສະເໜີໄປແລ້ວເມື່ອວານນີ້. ດັ່ງນັ້ນ, ມື້ນີ້ (24 ຕຸລາ 2018) ທາງນັກຂ່າວລາວໂພສຈິ່ງໄດ້ລົງພື້ນທີ່ງານບຸນຊ່ວງເຮືອ ເພື່ອສຳພາດ ແມ່ຄ້າ ແລະ ຜູ້ຮັບເໝົາບໍລິການຝາກລົດໃນງານບຸນຊ່ວງເຮືອ ເພື່ອສອບຖາມເຫດຜົນວ່າເປັນຫຍັງພວກເຂົາເຈົ້າຈິ່ງບໍ່ສາມາດຂາຍສິນຄ້າ ຫຼື ໃຫ້ບໍລິການຕາມແຈ້ງການທີ່ອອກມາໄດ້.

ຂອບເຂດທີ່ພວກເຮົາເຮັດການສຳຫຼວດແມ່ນເລີ່ມຈາກ 4 ແຍກໂຮງໝໍມະໂຫສົດ ຈົນຮອດ 3 ແຍກປາກປ່າສັກກ້ຽວລົງມາເສັ້ນທາງລ່ອງວັດອົງຕື້ ສອບຖາມຕັ້ງແຕ່ລໍ້ຂາຍນໍ້າ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຄື່ອງໃຊ້ອຸປະໂພກ ແລະ ບໍລິໂພກ ຮວມທັງສະຖານທີ່ຝາກລົດ, ເຊິ່ງພວກເຮົາໄດ້ຂໍ້ມູນດັ່ງນີ້: ຄ່າເຊົ່າສະຖານທີ່ບໍ່ມີຄວາມເປັນເອກະພາບແຕ່ລະເຂດແມ່ນມີລາຄາແຕກຕ່າງກັນໄປບາງຮ້ານກໍ່ເຊົ່າໃນລາຄາຕາມທີ່ແຈ້ງການ, ແຕ່ບາງຮ້ານກໍ່ເຊົ່າໃນລາຄາສູງກວ່າທີ່ແຈ້ງການກຳນົດໄວ້; ສະນັ້ນ ຈິ່ງເຮັດໃຫ້ລາຄາຂອງສິນຄ້າ ຫຼື ຄ່າບໍລິການຝາກລົດມີຄວາມແຕກຕ່າງກັນ ໂດຍສະເພາະຄ່າຝາກລົດ ບາງຄອກລົດກໍ່ເກັບເທົ່າກັບລາຄາທີ່ແຈ້ງການຄື: ລົດຈັກ ເກັບ 5.000 ກີບ ແລະ ລົດໃຫຍ່ເກັບ 15.000ກີບ ແຕ່ບາງຄອກລົດລົດຈັກເກັບ 10.000ກີບ, ລົດໃຫຍ່ ເກັບ 20.000ກີບ.

ແມ່ຄ້າ ແລະ ຜູ້ຮັບຝາກຄອກລົດພາກັນເວົ້າເປັນສຽງດຽວກັນວ່າ “ຄ່າສະຖານທີ່ແພງຫຼາຍ ເມື່ອມາຄິດໄລ່ບວກຄ່າແຮງງານ, ຄ່າຂີ້ເຫຍື້ອ, ຄ່າໄຟຟ້າ, ຄ່າປ້ອງກັນຄວາມສະຫງົບ ແລະ ຕົ້ນທຶນຂອງສິນຄ້າ ລວມທັງລາຍຈ່າຍອື່ນໆແລ້ວ ອີງໃສ່ງານໜ້ອຍມື້ແນ່ ຈິ່ງເຮັດໃຫ້ພວກເຂົາບໍ່ສາມາດຂາຍສິນຄ້າ ຫຼື ເກັບຄ່າບໍລິການຝາກລົດໃນລາຄາຕາມທີ່ຂັ້ນເຖິງອອກແຈ້ງການກ່ອນໜ້ານີ້ໄດ້” ນີ້ຄືເຫດຜົນທີ່ທາງແມ່ຄ້າຊາວຂາຍ ຫຼື ຜູ້ໃຫ້ບໍລິການຝາກລົດຢາກຂໍໃຫ້ທຸກຄົນທີ່ມາທ່ຽວບຸນຊ່ວງເຮືອໄດ້ເຂົ້າໃຈ ແລະ ເຫັນໃຈພວກເຂົາດ້ວຍ, ພ້ອມຢາກສະເໜີໃຫ້ຂັ້ນເຖິງລົງມາເບິ່ງສະພາບຕົວຈິງທີ່ພວກເຂົາກຳລັງພົບກັບບັນຫານີ້ຢູ່.

ຈາກການໂອ້ລົມສອບຖາມຊາວຄ້າຂາຍພວກເຂົາຕ້ອງການໃຫ້ທາງຂັ້ນເຖິງຄົ້ນຄວ້າຄືນໃໝ່ກ່ຽວກັບຄ່າເຊົ່າສະຖານທີ່ ຢາກໃຫ້ລາຄາເຊົ່າສະຖານທີ່ມີຄວາມເປັນເອກະພາບ ແລະ ຊື່ຕົງ ບໍ່ໃຫ້ມີປະກົດການກຸ່ມຄົນທີ່ມີເງິນມີອິດທິພົນເໝົາຊື້ຮ້ານ ແລະ ມາຂາຍຕໍ່ເພື່ອກິນກຳໄລ ເພາະຈະເຮັດໃຫ້ຄ່າເຊົ່າສະຖານນັ້ນແພງຂຶ້ນ ເຮັດໃຫ້ແມ້ຄ້າຊາວຂາຍໄດ້ຮັບຜົນກະທົບໂດຍສະເພາະແມ່ຄ້າທີ່ເປັນຄົນລາວ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...