spot_img
Homeຂ່າວຕ່າງປະເທດຈີນກຽມສ້າງເດືອນປອມ ໃຫ້ແສງສະຫວ່າງຍາມກາງຄືນແທນໄຟຟ້າ

ຈີນກຽມສ້າງເດືອນປອມ ໃຫ້ແສງສະຫວ່າງຍາມກາງຄືນແທນໄຟຟ້າ

Published on

ເວັບໄຊ shanghai.ist ໄດ້ລາຍງານວ່າ ເມືອງເສິງຕູ ເມືອງສຳຄັນ ທີ່ຕັ້ງໃນມົນທົນເສສວນ ທາງພາກຕະເວັນຕົກສ່ຽງໃຕ້ຂອງປະເທດ ກຽມຄິດຄົ້ນສ້າງເດືອນປອມຂຶ້ນມາ ເພື່ອໃຊ້ປະໂຫຍດໃນການເປັນແສງສະຫວ່າງສ່ອງທາງໃນຕອນກາງຄືນ ແທນການໃຊ້ໄຟຟ້າ ໂດຍລາຍງານເຜີຍວ່າ ໂຄງການນີ້ໄດ້ຮັບການເປີດເຜີຍຈາກ ທ່ານ ຫວູ ຊ່ານເຟິງ ປະທານບໍລິສັດ ວິທະຍາສາດ ແລະ ເທັກໂນໂລຍີການບິນ ແລະ ອາວະກາດເສິງຕູ (Chengdu Aerospace Science and Technology Microelectronics) ທີ່ເຄີຍເວົ້າໄວ້ໃນການປະຊຸມນະວັດຕະກຳ ແລະ ການເປັນຜູ້ປະກອບການໃນເສິງຕູເມື່ອອາທິດທີ່ຜ່ານມາ.

ເດືອນປອມດັ່ງກ່າວ ຈະຖືກສົ່ງໄປອາວະກາດ ເພື່ອສ່ອງແສງລົງມາ ຫຼັງຈາກມີການຄຳນວນແລ້ວວ່າ ຂະໜາດດວງເດືອນທີ່ມີເສັ້ນຜ່ານສູນກາງ 10 ເຖິງ 80 ກິໂລເມັດ ແລະ ສາມາດໃຫ້ຄວາມສະຫວ່າງກວ່າເດືອນແທ້ເຖິງ 8 ເທົ່າ, ທ່ານ ຫວູ ຍັງລະບຸວ່າ ແສງສະຫວ່າງທີ່ສ່ອງລົງມານີ້ຈະບໍ່ລົບກວນທຳມະຊາດຂອງສິ່ງທີ່ມີຊີວິດອື່ນໆທັງພືດ ແລະ ສັດ.

ທັງນີ້, ໂຄງການດັ່ງກ່າວເປັນພຽງແນວຄິດ ແລະ ຄາດວ່າ ໃນປີ 2020 ຈະມີການເປີດຕົວຢ່າງເປັນທາງການ ເຊິ່ງຫາກສ້າງສຳເລັດແທ້ຈະຊ່ວຍໃຫ້ປະຢັດຄ່າໄຟຟ້າຂອງເມືອງໃນແຕ່ລະເດືອນໄດ້ຫຼາຍເທົ່າ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com, posttoday
ຮູບປະກອບ: posttoday

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...