ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດ ສະຫະລັດອາເມລິກາ ເມື່ອວັນທີ 16 ຕຸລາ 2018 ວ່າ ກະຊວງການເງິນຂອງສະຫະລັດລາຍງານເມື່ອວັນຈັນວ່າ ລັດຖະບານຂອງອາເມລິກາມີລາຍໄດ້ຕະຫຼອດທັງປີງົບປະມານທີ່ຜ່ານມາ (ວັນທີ 1 ຕຸລາ 2017 – 30 ກັນຍາ 2018) ຢູ່ທີ່ 3.3 ລ້ານລ້ານໂດລາ, ແຕ່ໃນເວລາດຽວກັນ ລາຍຈ່າຍພາກລັດແມ່ນສູງກວ່າຄື 4.1 ລ້ານລ້ານໂດລາ ເພີ່ມຂຶ້ນ 3.2% ຈາກງົບປະມານກ່ອນໜ້ານີ້; ສະຖິຕິດັ່ງກ່າວໝາຍຄວາມວ່າສະຖານະການເມື່ອປີຜ່ານມາເປັນອີກຄັ້ງທີ່ງົບປະມານຂອງປະເທດຢູ່ໃນພາວະຂາດດູນສູງສຸດໃນຮອບ 6 ປີ.
ນອກຈາກນີ້, ລາຍງານຂອງກະຊວງການເງິນສະຫະລັດຍັງລະບຸວ່າປະລິມານໜີ້ສາທາລະນະຂອງປະເທດເພີ່ມຂຶ້ນ 1 ລ້ານລ້ານໂດລາ ໃນຮອບປີງົບປະມານທີ່ຜ່ານມາ ເປັນ 15.75 ລ້ານລ້ານໂດລາ ສົ່ງຜົນໃຫ້ລາຍຈ່າຍດອກເບ້ຍໜີ້ລັດຖະບານເພີ່ມຂຶ້ນ 14% ເປັນ 65.000 ລ້ານໂດລາ, ຂະນະທີ່ລາຍຈ່າຍດ້ານວຽກງານປ້ອງກັນປະເທດເພີ່ມຂຶ້ນ 6% ຄິດເປັນເງິນ 32.000 ລ້ານໂດລາ ແຕ່ງົບປະມານດ້ານການສຶກສາຫຼຸດລົງຫຼາຍເຖິງ 43% ເຫຼືອ 48.000 ລ້ານໂດລາ.
ທັງນີ້, ມີການວິເຄາະວ່າປະລິມານການຂາດດູນງົບປະມານທີ່ເພີ່ມຂຶ້ນເປັນຜົນມາຈາກການຈັດເກັບລາຍຮັບຈາກພາສີບໍ່ເປັນໄປຕາມເປົ້າໝາຍ ໂດຍປະທານາທິບໍດີ ໂດນັລ ທຣໍ້າ ຕັ້ງເປົ້າໝາຍພາສີໃຫ້ໄດ້ 1.5 ລ້ານລ້ານໂດລາ ໃນຊ່ວງ 10 ປີຕໍ່ໜ້າ ເພື່ອກະຕຸ້ນເສດຖະກິດ ແຕ່ຍັງຄົງບໍ່ເຖິງເປົ້າໝາຍ 3.1% ທີ່ທະນາຄານກາງສະຫະລັດກຳນົດໄວ້.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews, apnews
ຮູບປະກອບ: puterearomanilor.ro